ນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ
ສະເຫຼີມສະຫຼອງ 95 ປີແຫ່ງວັນມູນເຊື້ອແນວໂຮມຊົນເຜົ່າເອກະພາບຫວຽດນາມ, ປະຈຸບັນແມ່ນແນວໂຮມປະເທດຊາດຫວຽດນາມ (18-11-1930 / 18-11-2025), ຕອນເຊົ້າວັນທີ 13 ພະຈິກ, ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນເຂດຊຸມຊົນທັງກຽນ, ຕາແສງເດກີ, ແຂວງຢາລາຍ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ກ່າວຄຳເຫັນທີ່ວັນບຸນ. ພາບ: vov.vn |
ທີ່ວັນບຸນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເນັ້ນໜັກວ່າ ເຫດການຈັດຂຶ້ນໃນສະພາບມີຄວາມແຕກຕ່າງກັບຊຸມປີກ່ອນ: ການໂຮມບໍລິເວນແຂວງໃນທົ່ວປະເທດ, ການປະຕິບັດອຳນາດການປົກຄອງ 2 ຂັ້ນ; ພາຍຸ Kalmaegi (ພາຍຸລຸກທີ 13) ຜ່ານມາ ກໍໃຫ້ເກີດຜົນສະທ້ອນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຍົກສູງນ້ຳໃຈສາມັກຄີ, ນ້ຳໃຈພໍ່ແມ່ປະຊາຊົນພ້ອມກັນຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຊົນໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ກໍ່ຢືນຢັນວ່າ, ເລື່ອງລັດຖະບານ, ທ້ອງຖິ່ນ ແລະປະຊາຊົນຮ່ວມແຮງຮ່ວມໃຈຈະສ້າງກຳລັງແຮງຜ່ານຜ່າສິ່ງທ້າທາຍນາໆປະການ, ໃນຕໍ່ໜ້າແມ່ນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: “ກ່ອນອື່ນໝົດແມ່ນຕ້ອງກໍ່ສ້າງເຮືອນຢູ່ໃຫ້ແກ່ບັນດາຄອບຄົວມີເຮືອນຖືກພັງທະລາຍ, ສ້ອມແປງເຮືອນຖືກເພເປ; ຟື້ນຟູບັນດາພື້ນຖານໂຄງລ່າງຄົມມະນາຄົມ, ສາທາລະນະສຸກ, ການສຶກສາ; ຮັບປະກັນການຟື້ນຟູໄຟຟ້າ, ໂທລະຄົມມະນາຄົມໃຫ້ລຸລ່ວງ; ເຮັດອະນາໄມທຳຄວາມສະອາດສິ່ງແວດລ້ອມ”.
ແຫຼ່ງຄັດຈາກ: vovworld.vn