ວິງລອງ, ກວ໋າງນິງ, ແທັງຮວ໊າ ເພີ່ມຄວາມໄວໃນການຕ້ານການຂຸດຄົ້ນ IUU
ໂດຍປະຕິບັດເດືອນຈຸດສຸມກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU), ຫຼາຍທ້ອງຖິ່ນພວມເພີ່ມຄວາມໄວຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍນະໂຍບາຍ ແລະເຕັກໂນໂລຊີ.
    |
 |
|
ນັບແຕ່ປີ 2024 ມາຮອດປະຈຸບັນ, ແຂວງວິງລອງ ບໍ່ມີກຳປັ່ນໃດລະເມີດເຂດທະເລຕ່າງປະເທດ. ພາບ: vov.vn |
ຢູ່ວິງລອງ, ພາຍຫຼັງການໂຮມແຂວງ, ທົ່ວແຂວງມີກຳປັ່ນຫາປາກວ່າ 4.600 ລຳ, ມີຂອບຂະໜາດໃຫຍ່ແຖວໜ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ເພື່ອພ້ອມກັບທົ່ວປະເທດມຸ່ງໄປເຖິງເປົ້າໝາຍແກ້ໄຂ “ບັດເຫຼືອງ” IUU ຂອງຄະນະກຳມະການເອີລົບ (ອີຊີ), ປະຈຸບັນ, ທາງແຂວງກໍໄດ້ປະຕິບັດບັນດາໝວດມາດຕະການ, ຄື: ສ້າງນະໂຍບາຍຫັນປ່ຽນອາຊີບໃຫ້ສົມບູນແບບ; ປະກາດໃຊ້ນະໂຍບາຍໜູນຊ່ວຍຊາວປະມົງທີ່ມີກຳປັ່ນແຕ່ບໍ່ມີຄວາມຕ້ອງການຂຸດຄົ້ນ ຫຼື ເງື່ອນໄຂບໍ່ພຽງພໍເພື່ອສືບຕໍ່ການເຄື່ອນໄຫວຂຸດຄົ້ນ; ກວດກາຄືນ ແລະສ້າງຂໍ້ມູນກອງກຳປັ່ນຫາປາອັບເດັດໃໝ່ບົນພື້ນຖານຂໍ້ມູນອາຊີບການປະມົງແຫ່ງຊາດ… ຍ້ອນບັນດາມາດຕະການດັ່ງກ່າວ, ນັບແຕ່ປີ 2024 ມາຮອດປະຈຸບັນ, ແຂວງວິງລອງ ບໍ່ມີກຳປັ່ນໃດລະເມີດເຂດທະເລຕ່າງປະເທດ.
ຢູ່ແຂວງກວ໋າງນິງ, ອຳນາດການປົກຄອງທ້ອງຖິ່ນໄດ້ດຳເນີນການກວດກາສະພາບການຈົດທະບຽນ, ກວດກາເຕັກນິກ, ການອະນຸຍາດໃຫ້ກຳປັ່ນຫາປາທັງໝົດ. ພິເສດ, ທາງແຂວງໄດ້ຍູ້ແຮງຄວາມຄືບໜ້າອັບເດັດຂໍ້ມູນຂອງເຈົ້າຂອງກຳປັ່ນໃສ່ຖານຂໍ້ມູນອາຊີບການປະມົງແຫ່ງຊາດ.
ຢູ່ແຂວງແທັງຮວ໊າ, ກອງບັນຊາການທະຫານຊາຍແດນແຂວງ ໄດ້ສ້າງຕັ້ງໜ່ວຍຄວບຄຸມເຄື່ອນທີ່ເພື່ອຮັບປະກັນການຄວບຄຸມຢ່າງເຄັ່ງຂັດ ແຕ່ຍັງສ້າງຄວາມສະດວກໃຫ້ແກ່ຊາວປະມົງເຮັດອາຊີບຫາປາ.
ແຫຼ່ງຄັດຈາກ: vovworld.vn