ເປີດຕົວເຄືອຂ່າຍນັກຊ່ຽວຊານດ້ານຂໍ້ມູນທົ່ວໂລກ
ກປ.ອອນໄລ - ເຄືອຂ່າຍນັກຊ່ຽວຊານດ້ານຂໍ້ມູນທົ່ວໂລກ (VDEN) ໄດ້ເປີດຕົວຢູ່ນະຄອນເຫ້ວ, ໂດຍໄດ້ເຕົ້າໂຮມນັກຊ່ຽວຊານຫວຽດນາມ ເກືອບ 80 ຄົນໃນທົ່ວໂລກ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂໍ້ມູນ ແລະການຫັນເປັນດີຈີຕອນແຫ່ງຊາດ.
ເຄືອຂ່າຍນັກຊ່ຽວຊານດ້ານຂໍ້ມູນຫວຽດນາມ (Vietnam Data Expert Network – VDEN) ໄດ້ເປີດຕົວຢ່າງເປັນທາງການຫວ່າງແລ້ວນີ້ຢູ່ນະຄອນເຫ້ວ. ນີ້ແມ່ນຂໍ້ລິເລີ່ມຂອງສະມາຄົມຂໍ້ມູນແຫ່ງຊາດລິເລີ່ມເພື່ອເຕົ້າໂຮມນັກຊ່ຽວຊານຫວຽດນາມ ຢູ່ພາຍໃນ ແລະຕ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດຂໍ້ມູນແຫ່ງຊາດ.
    |
 |
ທ່ານພົນຈັດຕະວາ ຫງວຽນງອັກເກືອງ, ຜູ້ອຳນວຍການສູນຂໍ້ມູນແຫ່ງຊາດ, ຮອງປະທານສະມາຄົມຂໍ້ມູນແຫ່ງຊາດ. ພາບ: vov.vn |
ເຄືອຂ່າຍຕັ້ງເປົ້າໝາຍລະດົມແຫຼ່ງກຳລັງປັນຍາຊົນຊາວຫວຽດນາມ ທົ່ວໂລກໃນຂົງເຂດຂໍ້ມູນ, ພ້ອມທັງໜູນຊ່ວຍວິວັດການກໍ່ສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ ແລະພື້ນຖານເສດຖະກິດຂໍ້ມູນເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ ແລະຍືນຍົງ.
ເຄືອຂ່າຍຈະສວມບົດບາດແມ່ນເວທີປາໄສ, ໜູນຊ່ວຍການພັດທະນານະໂຍບາຍ, ເຊື່ອມໂຍງຊັບພະຍາກອນພາຍໃນ ແລະຕ່າງປະເທດ, ພ້ອມທັງຊຸກຍູ້ການບຳລຸງສ້າງຊັບພະຍາກອນມະນຸດດ້ານຂໍ້ມູນຄຸນນະພາບສູງຢູ່ຫວຽດນາມ.
    |
 |
ເປີດຕົວເຄືອຂ່າຍນັກຊ່ຽວຊານຂໍ້ມູນຂ່າວສານທົ່ວໂລກ. ພາບ: vov.vn |
ທ່ານພົນຈັດຕະວາ ຫງວຽນງອັກເກືອງ, ຜູ້ອຳນວຍການສູນຂໍ້ມູນແຫ່ງຊາດ ແລະຮອງປະທານສະມາຄົມຂໍ້ມູນແຫ່ງຊາດ ໃຫ້ຮູ້ວ່າ: “ເຄືອຂ່າຍໄດ້ເຕົ້າໂຮມບັນດານັກຊ່ຽວຊານດີເດັ່ນເກືອບ 80 ຄົນຂອງອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ເອີຣົບ, ການາດາ ແລະອົດສະຕາລີ.
    |
 |
ເປີດຕົວຄະນະການນໍາເຄືອຂ່າຍນັກຊ່ຽວຊານດ້ານຂໍ້ມູນທົ່ວໂລກ. ພາບ: vov.vn |
ນີ້ແມ່ນຄົນທີ່ພວມເຮັດວຽກຢູ່ບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າໂລກ, ບັນດາສະຖາບັນຄົ້ນຄວ້າທີ່ມີອິດທິພົນຊື່ສຽງ, ມະຫາວິທະຍາໄລທີ່ມີຊື່ສຽງ, ມີປະສົບການຫຼາຍປີໃນຂົງເຂດວິທະຍາສາດຂໍ້ມູນ, ປັນຍາປະດິດ, ຄວາມໝັ້ນຄົງທາງອິນເຕີແນັດ,... ນັກຊ່ຽວຊານຫຼາຍຄົນມີຕຳແໜ່ງສຳຄັນຢູ່ບັນດາບໍລິສັດໃຫຍ່ແຕ່ຍັງເຕັມໃຈໃຊ້ເວລາ ແລະອອກເຫື່ອແຮງເພື່ອປະກອບສ່ວນໃຫ້ຫວຽດນາມ”.
ການສ້າງຕັ້ງເຄືອຂ່າຍນັກຊ່ຽວຊານດ້ານຂໍ້ມູນທົ່ວໂລກຖືວ່າເປັນບາດກ້າວຍຸດທະສາດ, ສອດຄ່ອງກັບການກຳນົດທິດຂອງຫວຽດນາມ ໃນການພັດທະນາເສດຖະກິດດີຈີຕອນ ແລະການຫັນເປັນດີຈີຕອນ.
ໂດຍ: ໄຊນີດາ