ຫຼາຍກວ່າ 21 ລ້ານ USD ຊ່ວຍເຫຼືອປະຊາຊົນ ກູບາ ຜ່ານ ລາຍການ "65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ"
ລາຍການ "65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ" ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ສະແດງຄວາມເຄົາລົບ, ນ້ຳໃຈຮັກແພງອັນບໍລິສຸດຜຸດຜ່ອງກັບປະຊາຊົນກູບາ; ພ້ອມກັນນັ້ນກໍຍັງເປັນໂອກາດຮັດແໜ້ນນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ປະກອບສ່ວນປັບປຸງສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງໃຫ້ຫຼາຍກວ່າອີກ.
ໄລ່ຮອດ ເວລາ 20 ໂມງ ຂອງວັນທີ 16 ຕຸລາ, ມື້ສຸດທ້າຍຂອງລາຍການຂົນຂວາຍຊ່ວຍເຫຼືອປະຊາຊົນກູບາ ດ້ວຍຫົວຂໍ້ "65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ", ສູນກາງສະພາກາແດງຫວຽດນາມ ໄດ້ຮັບຈຳນວນເງິນ 555,8 ຕື້ດົ້ງ (ປະມານກວ່າ 21 ລ້ານ USD). ຜົນໄດ້ຮັບດັ່ງກ່າວສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີ, ມິດຕະພາບ ແລະນໍ້າໃຈຮັກແພງອັນບໍລິສຸດຜຸດຜ່ອງຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ.
    |
 |
ລາຍການຂົນຂວາຍຊ່ວຍເຫຼືອປະຊາຊົນກູບາ ໄດ້ສິ້ນສຸດໃນເວລາ 24 ໂມງ ໃນວັນທີ 16 ຕຸລາ ດ້ວຍໝາກຜົນເປັນໜ້າຊື່ນຊົມ. ພາບ: ສູນກາງສະພາກາແດງຫວຽດນາມ |
ລາຍການຂົນຂວາຍຊ່ວຍເຫຼືອປະຊາຊົນກູບາ ດ້ວຍຫົວຂໍ້ "65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ" ໄດ້ຈັດຂຶ້ນເປັນເວລາ 65 ວັນ, ແຕ່ວັນທີ 13/08 – 16/10, ດ້ວຍເປົ້າໝາຍລະດົມໃຫ້ໄດ້ຢ່າງໜ້ອຍຕໍ່າສຸດ 65 ຕື້ດົ້ງ (ປະມານກວ່າ 2,4 ລ້ານ USD) ເພື່ອຊ່ວຍເຫຼືອປະຊາຊົນກູບາ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ. ຫຼັງຈາກພິທີປຸກລະດົມລະດັບຊາດ ໃນວັນທີ 13 ສິງຫາ. ລາຍການຂົນຂວາຍໄດ້ຮັບການຕອບສະໜອງຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະ. ຜ່ານບັນດາຊ່ອງທາງຂົນຂວາຍອອນໄລ, ລາຍການບັນລຸໄດ້ເປົ້າໝາຍລະດົມທຶນຢ່າງໜ້ອຍຕ່ຳສຸດ 65 ຕື້ດົ້ງ ໃນເວລາພຽງແຕ່ 30 ຊົ່ວໂມງ. ປີ 2025 ແມ່ນຄົບຮອບ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ກູບາ (1960-2025). ລາຍການ "65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ" ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ສະແດງຄວາມເຄົາລົບ, ນ້ຳໃຈຮັກແພງອັນບໍລິສຸດຜຸດຜ່ອງກັບປະຊາຊົນກູບາ; ພ້ອມກັນນັ້ນກໍຍັງເປັນໂອກາດຮັດແໜ້ນນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ປະກອບສ່ວນປັບປຸງສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງໃຫ້ຫຼາຍກວ່າອີກ.
ແຫຼ່ງຄັດຈາກ vovworld.vn