ຜັນຂະຫຍາຍຮູບແບບການໄກ່ເກ່ຍລະຫວ່າງຫວຽດນາມ - ອາເມລິກາ ໃນການພົວພັນສາກົນ
ກປ.ອອນໄລ - ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ອາເມລິກາ ໄດ້ດຳເນີນຢູ່ຮ່າໂນ້ຍ, ໄດ້ຢືນຢັນບົດບາດຂອງການພົບປະແລກປ່ຽນປະຊາຊົນແມ່ນເສົາຄ້ຳທີ່ຍືນຍົງໃນການພົວພັນຫວຽດນາມ - ອາເມລິກາ.
ຫວ່າງແລ້ວນີ້, ຢູ່ໂຮງລະຄອນ ໂຮ່ເກືອມ (ຮ່າໂນ້ຍ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ - ອາເມລິກາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ອາເມລິກາ (17-10-1945 / 17-10-2025).
    |
 |
ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ມອບດອກໄມ້ອວຍພອນສະມາຄົມຫວຽດນາມ - ອາເມລິກາ. ພາບ: nhandan.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕີລາຄາສູງບັນດາການເຄື່ອນໄຫວອັນພົ້ນເດັ່ນຂອງສະມາຄົມມິດຕະພາບຫວຽດນາມ - ອາເມລິກາ, ກ່ອນໜ້ານັ້ນ, ສະມາຄົມມິດຕະພາບຫວຽດນາມ - ອາເມລິກາ, ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນນັບພັນເທື່ອລະຫວ່າງຫວຽດນາມ - ອາເມລິກາ, ຜ່ານນັ້ນ, ໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຮັດແຄບຄວາມແຕກຕ່າງ, ເຮັດໃຫ້ນໍ້າໃຈມິດຕະພາບລະຫວ່າງ 2 ປະເທດຫວຽດນາມ - ອາເມລິກາ ກາຍເປັນພື້ນຖານແບບຍືນຍົງຂອງການພົວພັນ.
ທ່ານ ຟານແອງເຊີນ ປາດຖະໜາວ່າ ສະມາຄົມຫວຽດນາມ - ອາເມລິກາ ສືບຕໍ່ຍູ້ແຮງການພົວພັນແລກປ່ຽນປະຊາຊົນເປັນເສົາຄ້ຳແຫ່ງການພົວພັນລະຫວ່າງ 2 ປະເທດ; ຫັນຄວາມເຂົ້າໃຈ ແລະຄວາມເຫັນອົກເຫັນໃຈເປັນຄວາມໄວ້ວາງໃຈຍຸດທະສາດ. ສະມາຄົມຈະເປີດກວ້າງເຄືອຂ່າຍເພື່ອນມິດ ແລະຂົງເຂດການຮ່ວມມື, ບໍ່ພຽງແຕ່ດ້ານມະນຸດສະທຳ ຫຼື ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເທົ່ານັ້ນ, ຫາກຍັງແມ່ນຂົງເຂດການສຶກສາ, ວັດທະນະທຳ, ວິທະຍາສາດ, ນະວັດຕະກຳ, ການຄ້າ, ສິ່ງແວດລ້ອມ ແລະພັດທະນາແບບຍືນຍົງ; ພ້ອມທັງ, ເຜີຍແຜ່ຮູບແບບການໄກ່ເກ່ຍກັນລະຫວ່າງຫວຽດນາມ - ອາເມລິກາ ອອກສູ່ສາກົນ.
    |
 |
ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: nhandan.vn |
ໃນຂອບເຂດພິທີສະເຫຼີມສະຫຼອງ, ຜູ້ຊົມໄດ້ຮັບຊົມລາຍການດົນຕີປະສານສຽງພິເສດ “ເຊື່ອມຕໍ່ຈັງຫວະຫວຽດນາມ - ອາເມລິກາ” ໂດຍມີການເຂົ້າຮ່ວມຂອງບັນດານັກສິລະປະທີ່ມີຊື່ສຽງຂອງສອງປະເທດ. ນີ້ແມ່ນໂອກາດທີ່ຫາຍາກເພື່ອໃຫ້ຜູ້ຊົມຫວຽດນາມ ໄດ້ຊົມການສະແດງດົນຕີປະສານສຽງ Johns Creek Symphony Orchestra ພາຍໃຕ້ການບັນຊາຂອງຜູ້ບັນຊາວົງດົນຕີສາກົນ Austin Chance ສະແດງຢູ່ຫວຽດນາມ.
ໂດຍ: ໄຊນີດາ