ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ຈະໄຂຂຶ້ນໃນວັນທີ 25 ຕຸລາ
ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ເຂດວາງສະແດງທັນສະໄໝທີ່ສຸດ, ຜະລິດຕະພັນມີຄວາມຫຼາກຫຼາຍ ແລະຄຸນນະພາບສູງທີ່ສຸດ ດ້ວຍຫຼາຍລາຍການທີ່ດູດດື່ມ ແລະ ໂປຼໂມຊັນດີທີ່ສຸດ.
ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ໄດ້ດຳເນີນໃນຕອນບ່າຍວັນທີ 14 ຕຸລາ, ຄະນະຈັດຕັ້ງໃຫ້ຮູ້ວ່າ ເຫດການຈະດຳເນີນແຕ່ວັນທີ 25 ຕຸລາ ຫາວັນທີ 4 ພະຈິກ, ຢູ່ສູນວາງສະແດງ ຫວຽດນາມ (VEC), ນະຄອນຮ່າໂນ້ຍ.
ງານຕະຫຼາດນັດ ມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ; ບັນດາກະຊວງ, ຂະແໜງການສູນກາງ, ພ້ອມດ້ວຍວິສາຫະກິດ, ສະຫະພັນ ແລະກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ແລະໂລກນັບພັນແຫ່ງ. ດ້ວຍຫົວຂໍ້ “ເຊື່ອມຕໍ່ຜູ້ບໍລິໂພກກັບການຜະລິດ, ດຳເນີນທຸລະກິດ” ຂອງງານຕະຫຼາດນັດ ໄດ້ສະແດງໃຫ້ເຫັນຈິນຕະນາການມະນຸດສະທໍາ ແລະ ວິໄສທັດພັດທະນາຍາວນານ - ຖືມະນຸດເປັນໃຈກາງ ແລະ ກຳລັງໜູນຂອງພື້ນຖານເສດຖະກິດ.
    |
 |
ກອງປະຊຸມຖະແຫຼງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025. ພາບ: vov.vn |
ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ເຂດວາງສະແດງທັນສະໄໝທີ່ສຸດ, ຜະລິດຕະພັນມີຄວາມຫຼາກຫຼາຍ ແລະຄຸນນະພາບສູງທີ່ສຸດ ດ້ວຍຫຼາຍລາຍການທີ່ດູດດື່ມ ແລະໂປຼໂມຊັນດີທີ່ສຸດ. “ນີ້ແມ່ນເຫດການສົ່ງເສີມການຄ້າເສດຖະກິດການລົງທຶນຢູ່ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ມີຄວາມແຕກຕ່າງກັນ, ນັ້ນແມ່ນ: ກ່ຽວກັບປະລິມານວິສາຫະກິດເຂົ້າຮ່ວມງານຕະຫຼາດນັດ. ໄລ່ມາຮອດປັດຈຸບັນ, ຄະນະຈັດຕັ້ງຮັບຮູ້ມີການຈົດທະບຽນເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງ, ໃນນັ້ນມີປະມານ 100 ວິສາຫະກິດທີ່ມາຈາກບັນດາປະເທດໃນໂລກ, ເຊັ່ນ: ເອີຣົບ ແມ່ນ ຝລັ່ງ, ແບນຊິກ, ໂຮນລັງ, ໂອຕຣິດ, ສະວິດ… ພ້ອມດ້ວຍບັນດາປະເທດໃນພາກພື້ນອາຊີ ຄື: ຈີນ, ບັນດາປະເທດອາຊຽນ, ອົດສະຕາລີ ແລະ ນິວຊີແລນ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ