ເຂົ້າຮ່ວມການພົບປະສັງສັນ ມີບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ; ພະນັກງານ, ນັກຂ່າວ, ບັນນາທິການ, ກຳມະກອນ, ພາລະກອນ, ນັກຮົບ, ຜູ້ອອກແຮງງານໜັງສືພິມກອງທັບປະຊາຊົນ ເກືອບ 400 ຄົນ ຜ່ານແຕ່ລະໄລຍະ.

leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ໃຫ້ຮູ້ວ່າ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງວັນມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ, ໜັງສືພິມໄດ້ປະຕິບັດຫຼາຍວຽກງານ, ຄື: ຈັດຕັ້ງການພົບປະສັງສັນຢູ່ນະຄອນໂຮ່ຈີມິນ, ຮ່າໂນ້ຍ ແລະຈະມາເຖິງແມ່ນພິທີສະເຫຼີມສະຫຼອງຢູ່ຫ້ອງປະຊຸມໃຫຍ່ກະຊວງປ້ອງກັນປະເທດ; ລາຍງານຕໍ່ການນຳພັກ, ລັດ; ຍູ້ແຮງການໂຄສະນາ (ເຮັດຟີມມູນເຊື້ອ, ຟີມກ່ຽວກັບນັກຂ່າວ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວິລະຊົນກໍາລັງປະກອບອາວຸດປະຊາຊົນຂອງໜັງສືພິມ 9 ທ່ານ...).

leftcenterrightdel
ຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນລຸ້ນຕ່າງໆ ທີ່ການພົບປະສັງສັນ. ພາບ: qdnd.vn.

ທ່ານພົນຈັດຕະວາ ດວ່ານຊວນໂບ້ ຊີ້ແຈ້ງວ່າ, ໜັງສືພິມກອງທັບປະຊາຊົນ ກຳນົດວ່າ, ເພື່ອຮັກສາ, ເສີມຂະຫຍາຍສີສັນ, ອິດທິພົນຊື່ສຽງຂອງໜັງສືພິມ, ການພັດທະນາວິຊາການແມ່ນພື້ນຖານທີ່ສຸດ; ຈຸດປະສົງຂອງຂ່າວ, ບົດຄວາມທີ່ມີຄໍາສັບສັ້ນ, ເນື້ອໃນເລິກ, ນໍາໜ້າໃນການຂຽນສັ້ນ, ເນື້ອໃນທີ່ດີ. ໜັງສືພິມກອງທັບປະຊາຊົນລາຍວັນຍັງຄົງຮັກສາຖານະບົດບາດ, ພ້ອມທັງສຸມໃສ່ພັດທະນາໜັງສືພິມກອງທັບປະຊາຊົນເອເລັກໂຕນິກ, ເປັນເຈົ້າການເປີດກວ້າງຊ່ອງທາງການສື່ສານ, ເຂົ້າສູ່ສື່ສັງຄົມອອນລາຍ (facebook, youtube, tiktok, zalo, instagram) ດຶງດູດເພື່ອນຜູ້ອ່ານ, ຜູ້ຊົມ, ຜູ້ຟັງເປັນຈຳນວນຫຼວງຫຼາຍ. ໜັງສືພິມເອົາໃຈໃສ່ເຖິງການລົງທຶນເຂົ້າໃນການເຄື່ອນໄຫວສັງຄົມ, ກິລາ, ສາຍຈິດມິດໃຈ (ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ໂຮງຮຽນ; ມອບເງິນ, ຂອງຂວັນ...).

ໂດຍ: ເຈິ່ນຮວ່ຽນ