ຫວຽດນາມ ເຂົ້າຮ່ວມກົນໄກແກ້ໄຂຂໍ້ຂັດແຍ່ງຂອງອົງການການຄ້າໂລກ
ໃນວັນທີ 16 ຕຸລາ, ຫວຽດນາມ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ (MPIA). ນີ້ແມ່ນຂໍ້ລິເລີ່ມແນໃສ່ປະກອບສ່ວນບໍາລຸງຮັກສາຄວາມໝັ້ນຄົງຂອງລະບົບການແກ້ໄຂຂໍ້ຂັດແຍ່ງທີ່ຂຶ້ນກັບອົງການການຄ້າໂລກ (WTO).