ເລຂາທິການໃຫຍ່ ໂຕເລິມ: ກາລະໂອກາດນຳໃຊ້ເຕັກໂນໂລຢີບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ
ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະການບໍລິຫານຢ່າງຂ້ຽວຂາດ, ສ້າງສັນຂອງລັດຖະບານຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະພັດທະນາຢ່າງຮອບດ້ານ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນ ຢ້ຽມຊົມເຂດງານວາງສະແດງ. ພາບໂດຍ Blockchain ຫວຽດນາມສະໜອງ |
ຕອນເຊົ້າວັນທີ 13 ຕຸລາ, ກ່ອນພິທີເປີດກອງປະຊຸມໃຫຍ່ຄະນະຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ 1, ອາຍຸການ 2025-2030 ຈັດຂຶ້ນຢູ່ ຫໍປະຊຸມແຫ່ງຊາດ ມີ້ດິ້ງ (ນະຄອນຫຼວງຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ໄປຢ້ຽມຢາມງານວາງສະແດງຮູບພາບກ່ຽວກັບຜົນສຳເລັດ, ຜົນງານອາຍຸການ 2021-2025 ຂອງບັນດາຄະນະພັກທີ່ຂຶ້ນກັບຄະນະພັກລັດຖະບານ; ງານວາງສະແດງຜົນສຳເລັດທາງດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ; ງານວາງສະແດງຜົນສຳເລັດການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ.
ໃນຂອບເຂດກອງປະຊຸມໃຫຍ່, ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດ ໂດຍພາຍໃຕ້ການນຳພາຂອງພັກ ແລະການບໍລິຫານຢ່າງຂ້ຽວຂາດ, ສ້າງສັນຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະພັດທະນາຢ່າງຮອບດ້ານ. ເມື່ອຢ້ຽມຊົມເຂດວາງສະແດງຕາໜ່າງການບໍລິການຫຼາຍຕ່ອງໂສ້ບັອກເຊັນຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ນີ້ແມ່ນໂອກາດນຳໃຊ້ເຕັກໂນໂລຢີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ ແລະຊຸກຍູ້ການເພີ່ມທະວີແຫຼ່ງລາຍຮັບງົບປະມານ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ