ເຊີດຊູການປະກອບສ່ວນອັນໃຫຍ່ຫຼວງຂອງກໍາມະບານຍິງ, ຜູ້ອອກແຮງງານ
ຕອນຄໍ່າວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດພິທີມອບລາງວັນ “ກຳມະບານຍິງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ” ຄັ້ງທີ 1 ໃຫ້ແກ່ 10 ຄົນ ແລະຍ້ອງຍໍບຸກຄົນ, ກົມກອງລວມໝູ່ ໃນຂະບວນການແຂ່ງຂັນ “ເກັ່ງວຽກລວມ, ຫຼ້ອນວຽກບ້ານ” ໄລຍະ 2020-2025.
    |
 |
ພິທີມອບລາງວັນ “ກຳມະບານຍິງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ” ຄັ້ງທີ 1, ປີ 2025. ພາບ: qdnd.vn |
ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮວ່າບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເນັ້ນໜັກວ່າ ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ, ແມ່ຍິງຫວຽດນາມ ພວມນັບມື້ນັບພັດທະນາໃນທຸກດ້ານ, ຢືນຢັນບົດບາດ, ຖານະທີ່ຕັ້ງ ແລະມີການປະກອບສ່ວນຢ່າງໃຫຍ່ຫຼວງໃນຫຼາຍຂົງເຂດ.
ໃນໄລຍະຈະມາເຖິງ, ທ່ານ ຫງວຽນຮວ່າບິ່ງ ສະເໜີວ່າ: “ອຳນາດການປົກຄອງທຸກຂັ້ນ, ບັນດາກະຊວງ, ຂະແໜງການຕ້ອງຖືວຽກງານແມ່ຍິງ ແລະຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແມ່ນໜ້າທີ່ການເມືອງຈຸດສຸມ, ຕະຫຼອດ. ຕ້ອງສືບຕໍ່ປັບປຸງຂອບນິຕິກຳໃຫ້ສົມບູນແບບ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານຍິງໃຫ້ດີກວ່າອີກ, ພິເສດແມ່ນຂົງເຂດບໍ່ເປັນທາງການ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ