ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ທີ 2 ຂອງກຳປູເຈຍ
ກປ.ອອນໄລ - ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ການສົ່ງອອກຂອງກຳປູເຈຍ ສືບຕໍ່ເຕີບໂຕຢ່າງຕັ້ງໜ້າ.
ໄລ່ຮອດທ້າຍເດືອນກັນຍາ 2025, ວົງເງິນສົ່ງອອກຂອງກໍາປູເຈຍ ບັນລຸກວ່າ 22,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກແຖວໜ້າຂອງປະເທດນີ້.
ຕາມບົດລາຍງານຂອງກະຊວງເສດຖະກິດ ແລະການເງິນກຳປູເຈຍ ທີ່ຫາກໍ່ປະກາດໃຊ້, ວົງເງິນການຄ້າລະຫວ່າງປະເທດນີ້ ແລະບັນດາຕະຫຼາດຕົ້ນຕໍບັນລຸເກືອບ 47 ຕື້ໂດລາສະຫະລັດ ໃນ 9 ເດືອນຕົ້ນປີ, ເພີ່ມຂຶ້ນເກືອບ 15% ເມື່ອທຽບໃສ່ໄລຍະດຽວກັນ.
ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າສຳຄັນແຖວໜ້າຂອງກຳປູເຈຍ. ໃນນັ້ນ ພົ້ນເດັ່ນແມ່ນຫວຽດນາມ ຍັງຄົງເປັນຕະຫຼາດສົ່ງອອກໃຫຍ່ທີ 2 ຂອງກຳປູເຈຍ ນັບແຕ່ຕົ້ນປີ, ດ້ວຍຍອດມູນຄ່າສິນຄ້າເກືອບ 3 ຕື້ ໂດລາສະຫະລັດ, ຢືນອັນດັບສູງກວ່າທັງ ຈີນ ແລະຍີ່ປຸ່ນ ໃນບັນຊີລາຍຊື່ຕະຫຼາດສົ່ງອອກສຳຄັນຂອງກຳປູເຈຍ.
ບັນດາສິນຄ້າສົ່ງອອກຕົ້ນຕໍຂອງກຳປູເຈຍ ຜ່ານມາແມ່ນເຄື່ອງຕັດຫຍິບ, ຜະລິດຕະພັນຢາງພາລາ, ເກີບໜັງ, ເຄື່ອງຈັກ ແລະອຸປະກອນເອເລັກໂຕນິກ, ເຟີນີເຈີ, ໝາກໄມ້...
ເປັນໜ້າເອົາໃຈໃສ່, ຂະແໜງສົ່ງອອກເຂົ້າສານຂອງກຳປູເຈຍ ສືບຕໍ່ເຕີບໂຕເປັນຢ່າງດີ. ນັບແຕ່ຕົ້ນປີ, ກຳປູເຈຍ ໄດ້ເກັບເອົາເກືອບ 409 ລ້ານໂດລາສະຫະລັດ ຈາກການຂາຍເຂົ້າສານເກືອບ 600.000 ໂຕນ ໄປຍັງຕະຫຼາດພາກພື້ນ ແລະສາກົນນັບສິບແຫ່ງ. ໃນນັ້ນ, ເກືອບເຄິ່ງໜຶ່ງຂອງເຂົ້າສານນີ້ໄດ້ຂາຍໃຫ້ບັນດາປະເທດເອີລົບ, ຈີນ ແລະບັນດາປະເທດອາຊຽນ. ນອກຈາກນັ້ນ, ກຳປູເຈຍ ຍັງໄດ້ສົ່ງອອກເຂົ້າສານໄປຍັງປະເທດບ້ານໃກ້ເຮືອນຄຽງກວ່າ 5,2 ລ້ານໂຕນ, ຕົ້ນຕໍແມ່ນຫວຽດນາມ, ດ້ວຍລາຍຮັບກວ່າ 1,2 ຕື້ ໂດລາສະຫະລັດ.
ໂດຍ: ຈາງຫງວຽນ