ສະພາຕໍໍ່າໂປໂລຍ ຮັບຮອງເອົາຮ່າງກົດໝາຍໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ ດ້ວຍຄະແນນສຽງສະໜັບສະໜູນ 100%
ກປ.ອອນໄລ - ວັນທີ 17 ຕຸລາ, ສະພາຕໍ່າໂປໂລຍ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍໂດຍລັດຖະບານໂປໂລຍ ຍື່ນສະເໜີໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶອີຢູ ແລະຫວຽດນາມ (EVIPA) ດ້ວຍບັດສະໜັບສະໜູນ 422/422 ບັດ.
ເຂົ້າຮ່ວມວາລະປະຊຸມຄົບຄະນະຂອງສະພາຕໍ່າມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ຮ່າຮວ່າງຫາຍ, ຕາມຄຳເຊີນຂອງປະທານສະພາຕໍ່າ ໂປໂລຍ Szymon Hołownia.
ກ່ອນນັ້ນ, ທີ່ວາລະກອງປະຊຸມປຶກສາຫາລືຄັ້ງທຳອິດໃນວັນທີ 9 ຕຸລາ 2025 ຂອງຄະນະກຳມະການການຕ່າງປະເທດ ແລະຄະນະກຳມະການບັນດາບັນຫາເອີລົບ ກໍ່ໄດ້ເຫັນດີເປັນເອກະພາບສະໜັບສະໜູນຮ່າງກົດໝາຍດັ່ງກ່າວດ້ວຍອັດຕາສ່ວນ 100%.
ພາຍຫຼັງໄດ້ອະນຸມັດຜ່ານຈາກສະພາຕໍ່າ, ຄາດວ່າໃນທ້າຍເດືອນຕຸລາ ນີ້, ສັນຍາສະບັບນີ້ຈະໄດ້ຮັບຮອງເອົາຈາກສະພາສູງ ແລະຍື່ນໃຫ້ປະທານາທິບໍດີໂປໂລຍ Karol Nawrocki ເພື່ອລົງນາມ ແລະປະກາດໃຊ້, ຜ່ານນັ້ນ, ໂປໂລຍ ຈະກາຍເປັນປະເທດທີ 19 ໃນຈຳນວນ 27 ປະເທດສະມາຊິກ ອີຢູ ໃຫ້ສັດຕະຍາບັນ EVIPA.
    |
 |
ວັນທີ 17 ຕຸລາ, ສະພາຕ່ຳໂປໂລຍ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍທີ່ລັດຖະບານໂປໂລຍ ຍື່ນກ່ຽວກັບການໃຫ້ສັດຕະຍາບັນສັນຍາ EVIPA. ພາບ: VGP |
ເລື່ອງສະມາຊິກສະພາຕໍ່າໂປໂລຍ ທັງໝົດໄດ້ລົງຄະແນນສຽງສະໜັບສະໜູນອະນຸມັດຜ່ານສັນຍາ ສະແດງໃຫ້ເຫັນ, ມີພັກການເມືອງທັງໝົດ, ກໍາລັງການເມືອງຂອງໂປໂລຍ ລ້ວນແຕ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ, ຄູ່ຮ່ວມມືສໍາຄັນແຖວໜ້າຂອງໂປໂລຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ນີ້ກໍ່ແມ່ນໝາກຜົນແຫ່ງການປະຕິບັດຂໍ້ຕົກລົງຂັ້ນສູງທີ່ສອງປະເທດບັນລຸໄດ້ໃນໄລຍະຢ້ຽມຢາມ ໂປໂລຍ ຢ່າງເປັນທາງການໃນເດືອນ ມັງກອນ 2025 ຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ຕາມນັ້ນແລ້ວ ໂປໂລຍໄດ້ເຫັນດີໃຫ້ສຳເລັດຂັ້ນຕອນໃຫ້ສັດຕະຍາບັນ EVIPA ໃນປີ 2025.
ການໃຫ້ສັດຕະຍາບັນສັນຍາ EVIPA ຂອງ ໂປໂລຍ ແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ໂປໂລຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025), ປະກອບສ່ວນນຳການພົວພັນມິດຕະພາບຫວຽດນາມ - ໂປໂລຍ ຂຶ້ນສູ່ລະດັບສູງໃໝ່, ສ້າງກຳລັງແຮງໃຫ້ການຮ່ວມມືສອງຝ່າຍພັດທະນາໃນຫຼາຍຂົງເຂດ, ໂດຍສະເພາະແມ່ນເສດຖະກິດ - ການຄ້າ - ການລົງທຶນ.
ໂດຍ: ໄຊນີດາ