ວັນທີ 17 ຕຸລາ, ຢູ່ແຂວງນິງບິ່ງ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ສົມທົບກັບພະແນກທ່ອງທ່ຽວແຂວງນິງບິ່ງ ຈັດລາຍການແລກປ່ຽນລະຫວ່າງບັນດາວິສາຫະກິດທ່ອງທ່ຽວ ນິງບິ່ງ ແລະຄະນະ 50 ວິສາຫະກິດທ່ອງທ່ຽວ ສ.ເກົາຫຼີ ແລະ ຟີລິບປິນ. ເຫດການນອນໃນລາຍການ famtrip ສຳຫຼວດການທ່ອງທ່ຽວຫວຽດນາມ ຈັດຂຶ້ນຢູ່ແຂວງ ນິງບິງ ແລະ ແທັງຮວາ ແຕ່ວັນທີ 15-19 ຕຸລາ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ທີ່ລາຍການ, ບັນດາວິສາຫະກິດທ່ອງທ່ຽວຫວຽດນາມ ແລະວິສາຫະກິດທ່ອງທ່ຽວ ສ.ເກົາຫຼີ ແລະ ຟີລິບປິນ ໄດ້ແນະນຳ, ແລກປ່ຽນກ່ຽວກັບຜະລິດຕະພັນ, ການບໍລິການທ່ອງທ່ຽວ, ພິເສດແມ່ນບັນດາຜະລິດຕະພັນຊີວະພາບ, ຈິດວິນຍານ, ພັກຜ່ອນບຳລຸງສຸຂະພາບ ແລະຕີກອບ.

ໃນໂອກາດນີ້, ສະຫະສະມາຄົມການທ່ອງທ່ຽວຫວຽດນາມ ແລະສະຫະສະມາຄົມການທ່ອງທ່ຽວ ຟີລິບປິນ ໄດ້ເຊັນສັນຍາການໜູນຊ່ວຍສົ່ງເສີມການທ່ອງທ່ຽວ.

ເດືອນກັນຍາປີ 2025, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 15,44 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,5% ເມື່ອທຽບກັບໄລຍະດຽວກັນ; ໃນນັ້ນ ສ.ເກົາຫຼີ ບັນລຸ 3,2 ລ້ານເທື່ອຄົນ (ກວມເອົາ 21%), ຟີລິບປິນ ບັນລຸ 337.000 ເທື່ອຄົນ, ເພີ່ມສະຖິຕິດ້ວຍ 92,2%, ນຳ ຟີລິບປິນ ກາຍເປັນຕະຫຼາດພົ້ນເດັ່ນຂອງຂະແໜງທ່ອງທ່ຽວຫວຽດນາມ.

ໂດຍ: ກວຽດເຕິມ