ວຽກເຮັດທີ່ແທດຈິງ, ເຕັມໄປດ້ວຍຄວາມໝາຍ ຂອງແພດໝໍ ແລະພະຍາບານ ໄດ້ສ້າງຄວາມປະທັບໃຈ ແລະນ້ຳໃຈອັນດີງາມຢູ່ໃນໃຈຂອງປະຊາຊົນ.

ນັບແຕ່ຮຸ່ງເຊົ້າ, ບັນດາແພດໝໍ, ພະຍາບານຂອງໂຮງໝໍກອງທັບ 7 ໄດ້ພ້ອມກັນມີໜ້າຢູ່ໂຮງຮຽນປະຖົມບິ່ງເຄ ເພື່ອຕ້ອນຮັບທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະຜູ້ທີ່ມີຄຸນງາມຄວາມດີ ມາກວດພະຍາດ. ພາຍໃຕ້ການຊີ້ນໍາຢ່າງສຸດຈິດສຸດໃຈຂອງແພດໝໍ ແລະພະຍາບານ, ປະຊາຊົນແຕ່ລະຄົນໄດ້ຮັບການຊ່ອງລັງສີ, ໄດ້ວັດແທກຫົວໃຈ, ວັດແທກຄວາມດັນເລືອດ, ກວດທົ່ວໄປ, ໃຫ້ຄໍາປຶກສາດ້ານສຸຂະພາບ ແລະໄດ້ຮັບຢາໂດຍບໍ່ເສຍຄ່າ.

leftcenterrightdel
ແພດໝໍ ແລະພະຍາບານຂອງໂຮງໝໍກອງທັບ 7 ກວດພະຍາດໃຫ້ແກ່ເປົ້າໝາຍນະໂຍບາຍ. ພາບ: ຫງວຽນເຈື່ອງ

ເປັນພະຍາດເສັ້ນເລືອດຫົວໃຈ, ຫວ່າງມໍ່ໆມານີ້, ນັກຮົບເກົ່າ ເລຊວັນບາກ, ຢູ່ຄຸ້ມຖະໜົນຈາງບ໊າງ  2, ຕາແສງ ບິ່ງເຄ ມີອາການແໜ້ນໜ້າເອິກ ແລະຫາຍໃຈຍາກ ໂດຍສະເພາະແມ່ນໃນຕອນກາງຄືນ. ພາຍຫຼັງກວດພະຍາດ, ທ່ານໝໍ ໄດ້ແຈ້ງໃຫ້ຊາບກ່ຽວກັບອາການສຸຂະພາບ, ແຈກຢາໂດຍບໍ່ເສຍຄ່າ ແລະໃຫ້ຄຳແນະນຳກ່ຽວກັບການກິນການດື່ມ ແລະການດໍາເນີນຊີວິດ. ນັກຮົບເກົ່າ ເລຊວັນບາກ ແບ່ງປັນວ່າ: “ຂ້າພະເຈົ້າ ມີຄວາມຫຍຸ້ງຍາກໃນການຍ່າງ, ສະນັ້ນ ພະຍາບານ ກໍ່ໄດ້ຊ່ວຍພະຍຸງຂ້າພະເຈົ້າ ໄປກວດພະຍາດຢູ່ແຕ່ລະຫ້ອງ. ພາຍຫຼັງບົ່ງມະຕິພະຍາດ  ແລະໃຫ້ຄໍາປຶກສາແລ້ວ, ພະຍາດຂອງຂ້າພະເຈົ້າ ຄວນໄດ້ຮັບການປິ່ນປົວຕາມການກຳນົດໄວ້ ຈຶ່ງຈະດີຂຶ້ນ, ສະນັ້ນ ຂ້າພະເຈົ້າ ມີຄວາມອຸ່ນອ່ຽນໃຈ”

ໃນລາຍການ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ເກືອບ 300 ຄົນ ໄດ້ຮັບການກວດສຸຂະພາບ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະໄດ້ຮັບຢາໂດຍບໍ່ເສຍຄ່າຈາກແພດໝໍ ແລະພະຍາບານຂອງໂຮງໝໍກອງທັບ 7. ນອກຈາກນັ້ນ, ໂຮງໝໍກອງທັບ 7 ຍັງໄດ້ມອບຂອງຂວັນ 20 ພູດ ໃຫ້ແກ່ເປົ້າໝາຍໂຍບາຍ ແລະຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນ.

leftcenterrightdel
ແພດໝໍ ແລະພະຍາບານຂອງໂຮງໝໍກອງທັບ 7 ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ເປົ້າໝາຍນະໂຍບາຍ. ພາບ: ຫງວຽນເຈື່ອງ

ທ່ານພັນເອກພິເສດ ຮວ່າງວັນລີ໋, ຫົວໜ້າໂຮງໝໍກອງທັບ 7 ໃຫ້ຮູ້ວ່າ: “ບັນດາເປົ້າໝາຍນະໂຍບາຍສ່ວນຫຼາຍແມ່ນຜູ້ເຖົ້າແກ່ ແລະ ສຸຂະພາບອ່ອນເພຍ. ໃນນັ້ນ, ຫຼາຍຄົນແມ່ນໄດ້ຮັບບາດເຈັບຫຼັງສົງຄາມ, ສະນັ້ນ ພວກເຮົາຈຶ່ງໄດ້ຈັດສົ່ງແພດໝໍ, ພະຍາບານທີ່ມີວິຊາສະເພາະເກັ່ງ ໄປກວດພະຍາດທົ່ວໄປ ແລະຮອບດ້ານໃຫ້ເຂົາເຈົ້າ. ທາງໂຮງໝໍຍັງໄດ້ລະດົມອຸປະກອນການແພດທີ່ທັນສະໄໝ ເຊັ່ນ: ເຄື່ອງຊ່ອງລັງສີ, ເອໂກ, ສ່ອງນ້ອຍ, ເຄື່ອງແທກຫົວໃຈເພື່ອຮັບໃຊ້ການກວດພະຍາດ, ຊ່ວຍໃຫ້ການບົ່ງມະຕິພະຍາດວ່ອງໄວ ແລະຖືກຕ້ອງ”.

ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈບັນດາເປົ້າໝາຍນະໂຍບາຍທີ່ມາກວດພະຍາດ, ສະຫາຍ ຫງວຽນດິ່ງຖັ໊ງ, ຮອງປະທານຄະນະກຳມະການປະຊາຊົນຕາແສງບິ່ງເຄ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ຊີ້ນຳຄະນະຊາວໜຸ່ມ ຈັດສົ່ງກຳລັງເຂົ້າຮ່ວມສົມທົບກັບບັນດາແພດໝໍ, ພະຍາບານ ເພື່ອຕ້ອນຮັບ ແລະແນະນຳບັນດາເປົ້າໝາຍນະໂຍບາຍໃນການມາກວດພະຍາດ. ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຂອງແພດໝໍ, ພະຍາບານມີຄວາມໝາຍທີ່ສຸດ, ແທດຈິງ, ປະກອບສ່ວນຊ່ວຍໃຫ້ທ້ອງຖິ່ນປະຕິບັດວຽກງານນະໂຍບາຍ, ຮັບປະກັນຊີວິດສັງຄົມໄດ້ເປັນຢ່າງດີ. ຂ້າພະເຈົ້າ ຫວັງວ່າ ໃນໄລຍະຈະມາເຖິງ, ທາງໂຮງໝໍ ຈະສືບຕໍ່ເອົາໃຈໃສ່ ແລະຈັດຕັ້ງການເຄື່ອນໄຫວກວດພະຍາດຢູ່ທ້ອງຖິ່ນຕື່ມອີກ, ບໍ່ພຽງແຕ່ໃຫ້ບັນດາເປົ້າໝາຍນະໂຍບາຍເທົ່ານັ້ນ ຫາກຍັງໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນອີກດ້ວຍ”.

ໂດຍ: ທູຈາງ