ຈຳນວນແຂກທ່ອງທ່ຽວເອີຣົບ ມາທ່ຽວຫວຽດນາມ ເພີ່ມຂຶ້ນລະດັບສະຖິຕິ
ຈຳນວນແຂກທ່ອງທ່ຽວເອີຣົບ ມາທ່ຽວຫວຽດນາມ ໃນສາມໄຕມາດຕົ້ນປີ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ ດ້ວຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 15,4 ລ້ານເທື່ອຄົນໃນ 9 ເດືອນຕົ້ນປີ 2025, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍນະໂຍບາຍວີຊາ (visa) ອຳນວຍຄວາມສະດວກ, ບັນດາລາຍການໂຄສະນາ, ສົ່ງເສີມການທ່ອງທ່ຽວໄດ້ຮັບການຍູ້ແຮງ ພ້ອມກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດຊາດ ໄດ້ດຶງດູດແຂກທ່ອງທ່ຽວສາກົນມາທ່ຽວຫວຽດນາມ ເປັນຈຳນວນຫຼວງຫຼາຍ.
    |
 |
ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 15,4 ລ້ານເທື່ອຄົນໃນ 9 ເດືອນຕົ້ນປີ 2025. ພາບ: vov.vn |
ສິ່ງທີ່ໜ້າສົນໃຈນັ້ນແມ່ນຈຳນວນແຂກທ່ອງທ່ຽວເອີຣົບ ມາທ່ຽວຫວຽດນາມ ໃນສາມໄຕມາດຕົ້ນປີ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ ດ້ວຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລະດັບເພີ່ມຂຶ້ນໄດ້ຮັບການຮັບຮູ້ຢູ່ບັນດາຕະຫຼາດຫຼັກ ຄື ສະຫະພັນລັດເຊຍ ເພີ່ມຂຶ້ນກວ່າ 245%, ໂປໂລຍ 55%, ໂຮນລັງ 35%, ຝລັ່ງ 32,3%, ອັງກິດ ກວ່າ 29%, ເຢຍລະມັນ ເກືອບ 24%...
ບັນດາຕະຫຼາດເຕີບໂຕຢ່າງແຮງນັ້ນສ່ວນຫຼາຍແມ່ນກຸ່ມປະເທດໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນທີ 15 ສິງຫາ, ລວມມີ: ແບນຊິກ, ບຸນກາຣີ, ກຣົວຊີ, ສ.ເຊັກໂກ, ຮຸງກາຣີ, ໂຮນລັງ, ໂປໂລຍ, ສະວິດ… ດ້ວຍກຳນົດເວລາ 45 ວັນ. ນອກຈາກນັ້ນ, ຈຳນວນແຂກທ່ອງທ່ຽວທີ່ມາຈາກບັນດາປະເທດເອີຣົບຕາເວັນຕົກ ທີ່ໄດ້ຮັບການຍົກເວັ້ນວີຊາໃນຫຼາຍປີຜ່ານມາ ກໍສືບຕໍ່ຮັກສາທ່າເຕີບໂຕ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ