ນໍ້າຖ້ວມຢູ່ຫຼາຍທ້ອງຖິ່ນເຂດພາກເໜືອ ມີລະດັບສູງທີ່ສຸດໃນປະຫວັດສາດ
ຕາມແຈ້ງການຂອງສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ, ປັດຈຸບັນມີ 74 ຕາແສງຂອງ 4 ແຂວງເຂດພາກເໜືອແມ່ນ ໄທງວຽນ, ກາວບັ່ງ, ບັກນິງ ແລະລ້າງເຊີນ ຖືກນ້້ຳຖ້ວມຢ່າງໜັກໜ່ວງ, ມີບ່ອນເລິກທີ່ສຸດແມ່ນ 3 ແມັດ, ໃນນັ້ນມີ ໄທງວຽນ ຄາດວ່າຍັງຈະຖືກນ້ຳຖ້ວມໃນ 2-3 ມື້ຈະມາເຖິງ, ບັກນິງ ນໍ້າຂຶ້ນສູງກວ່າລະດັບສູງທີ່ສຸດໃນປະຫວັດສາດເມື່ອປີ 1986, ມີລະດັບສູງທີ່ສຸດໃນຕອນເຊົ້າວັນທີ 9 ຕຸລາ.
    |
 |
ໂຮງຮຽນມັດທະຍົມຕອນປາຍກິນນອນ ຊົນເຜົ່ານາຣີ ຖືກນ້ຳຖ້ວມ. ພາບ: vov.vn |
ຢູ່ໄທງວຽນ, ຕາມການຄາດຄະເນຂອງອົງການວິຊາການແຂວງໄທງວຽນ ແລ້ວ, ສະພາບການນ້ຳຖ້ວມຢູ່ບັນດາຕາແສງໃຈກາງແຂວງ ຈະຍັງສືບຕໍ່ໃນຫຼາຍມື້ຈະມາເຖິງ. ຕາມການລາຍງານເບື້ອງຕົ້ນຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງໄທງວຽນ ມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ… ຢູ່ຫຼາຍທ້ອງຖິ່ນ, ນໍ້າຖ້ວມຍັງຢູ່ລະດັບສູງ, ຫຼາຍຄອບຄົວຍັງຖືກຕັດຂາດຈາກພາຍນອກທ່າມກາງນ້ຳຖ້ວມ.
ທ່ານ ດິງກວາງຕວຽນ, ປະທານແນວໂຮມປະເທດຊາດຫວຽດນາມ ແຂວງໄທງວຽນ ເວົ້າວ່າ: ປັດຈຸບັນ, ຈິດໃຈຫຼັກໃນເບື້ອງຕົ້ນ ແມ່ນກອບກູ້ ແລະນຳສົ່ງປະຊາຊົນໄປຍັງເຂດປອດໄພ ແລະບຳບັດນ້ຳຢູ່ບັນດາເຂດຖືກນ້ຳຖ້ວມ, ພ້ອມທັງໜູນຊ່ວຍອາຫານການກິນໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ປັດຈຸບັນພວກເຮົາພວມປະສົບກັບຄວາມຫຍຸ້ງຍາກໃນການເຕົ້າໂຮມອາຫານການກິນ ກໍ່ຄືເຄື່ອງໃຊ້ທີ່ຈຳເປັນອື່ນໆ, ຍ້ອນວ່າທຸກບ່ອນລ້ວນແຕ່ຖືກນ້ຳຖ້ວມ.
ແຫຼ່ງຄັດຈາກ vovworld.vn