ໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດຕັ້ງຄະນະໄປຢ້ຽມຢາມບ່ອນທີ່ໜັງສືພິມອອກສະບັບທໍາອິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຄົບຮອບ 75 ປີ
ກປ.ອອນໄລ - ວັນທີ 7 ຕຸລາ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ບິ່ງອຽນ ແລະບໍລິສັດຫຸ້ນສ່ວນການຄ້າ ໄທຮືງ ແລະທະນາຄານຫຸ້ນສ່ວນການຄ້າ ບັກອາ ຈັດຕັ້ງການໄປຢ້ຽມຢາມບ່ອນທີ່ໜັງສືພິມອອກສະບັບທໍາອິດ ຢູ່ບ້ານ ເຄົາຢຽວ (ຕາແສງ ດິ້ງບຽນ, ເມືອງດິ້ງຮວ໊າ), ປະຈຸບັນແມ່ນຕາແສງ ບິ່ງອຽນ, ແຂວງທ໊າຍງວຽນ ແລະມອບເງິນໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ; ມອບຂອງຂວັນໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ. ທ່ານພັນເອກພິເສດ ເຈິ່ນແອງຕ໊ວນ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ນໍາໜ້າຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນ.
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນຫວຽດນາມ (20-10-1950 / 20-10-2025); ຂໍ່ານັບຮັບຕ້ອນຜົນສໍາເລັດກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ, ຂໍ່ານັບຮັບຕ້ອນຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກກອງທັບ.
ທີ່ເຂດຮ່ອງຮອຍປະຫວັດສາດຂອງໜັງສືພິມກອງທັບປະຊາຊົນອອກສະບັບທຳອິດ, ທ່ານພັນເອກພິເສດ ເຈີ່ນແອງຕ໊ວນ ພ້ອມດ້ວຍພະນັກງານ, ນັກຂ່າວ, ນັກບັນນາທິການ, ພາລະກອນ, ນັກຮົບໜັງສືພິມກອງທັບປະຊາຊົນ ໄດ້ຖະຫວາຍທູບທຽນ, ດອກໄມ້ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລຸ້ນພໍ່ລຸ້ນອ້າຍ.
    |
 |
ໜັງສືພິມກອງທັບປະຊາຊົນຫວຽດນາມ ສົມທົບກັບນັກອຸປະຖໍາ ມອບເງິນໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈຢູ່ບໍລິເວນຕາແສງບິ່ງອຽນ, ແຂວງທ໊າຍງວຽນ. ພາບ: qdnd.vn |
ໃນຂອບເຂດການເຄື່ອນໄຫວ, ຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນ ແລະບໍລິສັດຫຸ້ນສ່ວນການຄ້າ ໄທຮືງ, ທະນາຄານຫຸ້ນສ່ວນການຄ້າ ບັກອາ ໄດ້ມອບຂອງຂວັນໃຫ້ບ້ານເຄົາຢຽວ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຕາແສງ ບິ່ງອຽນ; ມອບເງິນ 80 ລ້ານດົ່ງ ໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວເອື້ອຍ ເລືອງທິງ່າ (ຄອບຄົວທຸກຍາກ) ຢູ່ບ້ານ ເຄົາຢຽວ ແລະຄອບຄົວພໍ່ເຖົ້າ ຫງວຽນແຢງຊວນ (ທະຫາຍເສຍອົງຄະ), ຢູ່ບ້ານ ເທີມຣົກ, ຕາແສງ ບິ່ງອຽນ.
ກິດຈະກໍາເຄື່ອນໄຫວນີ້ ເພື່ອແນໃສ່ສຶກສາອົບຮົມມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, ຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຂ່າວ, ນັກບັນນາທິການ, ພາລະກອນ, ນັກຮົບ ກ່ຽວກັບມູນເຊື້ອອັນສະຫງ່າງາມຂອງໜັງສືພິມກອງທັບປະຊາຊົນ; ຫວນຄືນປະຫວັດສາດ, ມູນເຊື້ອ 75 ປີແຫ່ງວັນສ້າງສາ, ຕໍ່ສູ້, ເຕີບໂຕຂະຫຍາຍຕົວ, ພັດທະນາຂອງໜັງສືພິມກອງທັບປະຊາຊົນ ໃນພາລະກິດປະຕິວັດອັນສະຫງ່າງາມຂອງພັກ, ຂອງກອງທັບ; ລະດົມກໍາລັງໃຈພະນັກງານ, ນັກຂ່າວ, ພາລະກອນ, ນັກຮົບ ຮັກສາ ແລະເສີມຂະຫຍາຍມູນເຊື້ອຢ່າງໝັ້ນຄົງ, ຍົກສູງຄວາມຮັບຜິດຊອບ, ສູ້ຊົນ, ປະກອບສ່ວນກໍ່ສ້າງໜັງສືພິມ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ; ພ້ອມທັງ, ຕອບບຸນແທນຄຸນການອຸ້ມຊູຊ່ວຍເຫຼືອຂອງພໍ່ແມ່ປະຊາຊົນ, ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນຕໍ່ພະນັກງານ, ນັກຂ່າວ, ນັກບັນນາທິການ ແລະນັກຮົບໃນຊຸມວັນໜັງສືພິມກອງທັບປະຊາຊົນ ອອກສະບັບທໍາອິດ.
ໂດຍ: ໄຊນີດາ