leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ກວິ່ງເຢືອງ

ຕອນບ່າຍວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງກວ່ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຕ້ອນຮັບຄະນະຜູ້ແທນ ສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ ນຳໂດຍ ທ່ານ Turgut Erkeskin ປະທານສະຫະພັນ ມາຢ້ຽມຢາມ ແລະເຮັດວຽກ ກ່ອນທີ່ເຂົ້າຮ່ວມກອງປະຊຸມສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ ເຊິ່ງເປັນຄັ້ງທໍາອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ທ່ານ ຫງວຽນແມ້ງກວ່ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ກວິ່ງເຢືອງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແມ້ງກວ່ຽນ ໃຫ້ຮູ້ວ່າ ການພັດທະນາການບໍລິການ logistics ຕາມທິດສີວິໄລ, ທັນສະໄໝ, ມີຄຸນນະພາບສູງ, ເຄື່ອນໄຫວຢ່າງມີປະສິດທິຜົນ, ບົນພື້ນຖານການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງນະຄອນຮອດປີ 2030, ວິໄສ ທັດຮອດປີ 2050. 

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ປາດຖະໜາວ່າ ບັນດາຊ່ຽວຊານຂອງສະຫະພັນບັນດາສະມາຄົມຂົນສົ່ງສິນຄ້າສາກົນ ແລະ ສະມາຄົມວິສາຫະກິດບໍລິການ logistics ຫວຽດນາມ ຈະພ້ອມກັນວາງອອກບັນດາຂໍ້ສະເໜີ ແລະມາດຕະການອັນລ້ຳຄ່າ ເພື່ອພ້ອມກັນພັດທະນາລະບົບ logistics ຂອງຮ່າໂນ້ຍ ໃຫ້ບັນລຸບາດກ້າວສຳຄັນກວ່າ, ຂຽວກວ່າ ແລະໝັ້ນຄົງກ່ວາອີກ, ພິເສດແມ່ນໃນສະພາບການເຕັກໂນໂລຢີພວມພັດທະນາຢ່າງແຮງ.

leftcenterrightdel
ທ່ານ ຫງວຽນແມ້ງກວ່ຽນ ມອບຂອງຂວັນໃຫ້ທ່ານ Turgut Erkeskin. ພາບ: ກວິ່ງເຢືອງ.

ທ່ານ Turgut Erkeskin ຕີລາຄາສູງບັນດາຄຳເຫັນຂອງບັນດາຜູ້ແທນທີ່ການເຮັດວຽກ, ພ້ອມທັງສະແດງຄວາມປະທັບໃຈຕໍ່ແຜນການພັດທະນາ ທີ່ ຫວຽດນາມ ພວມມຸ່ງໄປເຖິງ, ພິເສດແມ່ນໃນຂົງເຂດ logistics.

ຕາມທ່ານ Turgut Erkeskin ແລ້ວ, ຜ່ານການແບ່ງປັນ ແລະແລກປ່ຽນປະສົບການທີ່ການເຮັດວຽກ, ສະຫະພັນ ຈະພິຈາລະນາຢ່າງຈິງຈັງກ່ຽວກັບຂໍ້ສະເໜີຂອງຮ່າໂນ້ຍ ເພື່ອວາງອອກມາດຕະການແກ້ໄຂ ຊ່ວຍໃຫ້ຮ່າໂນ້ຍ ກາຍເປັນສູນເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ຢູ່ ອິນດູຈີນ ກໍ່ຄື ພາກພື້ນ.

ໂດຍ: ໄຊຊະນະ