ສື່ມວນຊົນ ອານເຊລີ ໃນວັນທີ 6 ຕຸລາ ໄດ້ລົງພິມບົດຂຽນຕີລາຄາສູງຜົນງານເຕີບໂຕທີ່ໜ້າປະທັບໃຈຂອງຫວຽດນາມ ໃນສະພາບການເສດຖະກິດທົ່ວໂລກ ມີການຜັນແປຫຼາຍຢ່າງ, ເນັ້ນໜັກວ່າ ຫວຽດນາມ ພວມຢືນຢັນທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນທີ່ສຸດໃນອາຊີ.

leftcenterrightdel
ການຜະລິດເຄື່ອງອາໄຫຼ່ເອເລັກໂຕນິກ. ພາບ: ສໍານັກຂ່າວສານຫວຽດນາມ

ໜັງສືພິມຈໍານວນໜຶ່ງ ຍັງໄດ້ຄັດຄໍາເວົ້າຂອງລັດຖະມົນຕີການເງິນ ຫງວຽນວັນທັ໊ງ ໃຫ້ຮູ້ວ່າ ນີ້ແມ່ນ “ລະດັບເຕີບໂຕໄຕມາດສູງສຸດໃນຮອບກວ່າ 1 ທົດສະວັດ”, ເຊິ່ງສ່ອງແສງໃຫ້ເຫັນຄວາມສາມາດປັບຕົວຢ່າງມີໄຫວພິບ ແລະຄວາມທົນທານຂອງພື້ນຖານເສດຖະກິດຫວຽດນາມ ຕໍ່ກັບຜົນກະທົບຂອງສະພາບການຄ້າສາກົນ, ໃນນັ້ນມີ ອັດຕາພາສີໃໝ່ຂອງອາເມລິກາ  ແລະຄ່າໃຊ້ຈ່າຍໄພທຳມະຊາດທີ່ເພີ່ມຂຶ້ນ.

ວົງການສັງເກດການ ອານເຊລີ ໃຫ້ຂໍ້ສັງເກດວ່າ ເລື່ອງຫວຽດນາມ ຮັກສາລະດັບເຕີບໂຕສູງໃນຂະນະຫຼາຍພື້ນຖານເສດຖະກິດໃຫຍ່ພວມຖືກຢຸດສະງັກໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການຮັກສາສະຖຽນລະພາບມະຫາພາກ, ດຶງດູດການລົງທຶນຈາກຕ່າງປະເທດ ແລະປະສິດທິຜົນຂອງນະໂຍບາຍປ່ຽນແປງໃໝ່.

ຫວຽດນາມ ວາງອອກເປົ້າໝາຍກາຍເປັນປະເທດມີລາຍຮັບປານກາງສູງໃນປີ 2030, ຄາດວ່າຈະບັນລຸລະດັບເຕີບໂຕ 8% ໃນປີ 2025, ເມື່ອທຽບໃສ່ປີ 2024 ບັນລຸ 7,1%.

ຕາມສື່ມວນຊົນ ອານເຊລີ ແລ້ວ, “ກຳລັງແຮງ” ຂອງພື້ນຖານເສດຖະກິດຫວຽດນາມ ແມ່ນຫຼັກຖານພະຍານໃຫ້ແກ່ຮູບການພັດທະນາທີ່ສົມດູນລະຫວ່າງການຫັນເປັນອຸດສາຫະກຳ, ເຊື່ອມໂຍງເຂົ້າກັບສາກົນ ແລະການຫັນເປັນສີຂຽວ, ແມ່ນບົດຮຽນອັນລໍ້າຄ່າສໍາລັບຫຼາຍພື້ນຖານເສດຖະກິດພວມພັດທະນາຢູ່ອາຟະລິກາ ແລະພາກພື້ນທະເລເມດິເຕີເຣນຽນ.

ໂດຍ: ເຈິ່ນຮວ່ຽນ