FTSE Russell ຍົກລະດັບຫວຽດນາມ ຂຶ້ນເປັນຕະຫຼາດຫາກໍ່ພົ້ນເດັ່ນ
ກປ.ອອນໄລ - ຂໍ້ຕົກລົງດັ່ງກ່າວໄດ້ນຳ ຫວຽດນາມ ເຂົ້າຮ່ວມພ້ອມກັບບັນດາກຸ່ມພື້ນຖານເສດຖະກິດໃຫຍ່ໃນບັນຊີລາຍຊື່ຈັດອັນດັບຂອງ FTSE Russell, ຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.
ອົງການຈັດອັນດັບ FTSE Russell ຫາກໍ່ອອກແຈ້ງການເປັນທາງການຍົກລະດັບຫວຽດນາມ ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນ, ຄາດວ່າມີຜົນສັກສິດແຕ່ວັນທີ 21 ກັນຍາ 2026. ຕາມ Bloomberg, ຂໍ້ຕົກລົງດັ່ງກ່າວໄດ້ນຳຫວຽດນາມ ເຂົ້າຮ່ວມພ້ອມກັບບັນດາກຸ່ມພື້ນຖານເສດຖະກິດໃຫຍ່ໃນບັນຊີລາຍຊື່ຈັດອັນດັບຂອງ FTSE Russell, ຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.
ຕາມທ່ານ David Sol, ຜູ້ອໍານວຍການທົ່ວໂລກກ່ຽວກັບນະໂຍບາຍ FTSE Russell ແລ້ວ, ເລື່ອງຍົກຂັ້ນເປັນການສ່ອງແສງບັນດາການປັບປຸງສຳຄັນໃນພື້ນຖານໂຄງການຕະຫຼາດຂອງຫວຽດນາມ. FTSE Russell ຄາດຄະເນວ່າ ເລື່ອງຍົກລະດັບສາມາດດຶງດູດທຶນຕ່າງປະເທດເຂົ້າຫວຽດນາມ ຕື່ມອີກ 6 ຕື້ USD. ທ່ານນາງ Wanming Du, ຫົວໜ້າພະແນກນະໂຍບາຍດັດຊະນີຂອງ FTSE Russell, ໃຫ້ຂໍ້ສັງເກດວ່າ:
“ໃນດັດຊະນີຕົວເລກຕະຫຼາດຫາກໍ່ພົ້ນເດັ່ນຂອງ FTSE Russell (FTSE Emerging All Cap Index), ພວກຂ້າພະເຈົ້າ ຄາດຄະເນວ່າ ຫວຽດນາມ ຈະກວມເອົາປະມານ 0,3% ດັດຊະນີດັ່ງກ່າວ. ນີ້ບໍ່ແມ່ນຕົວເລກນ້ອຍຖ້າຫາກຄິດໄລ່ເຖິງບັນດາສ່ວນປະກອບຂອງດັດຊະນີດັ່ງກ່າວ. ຢູ່ອາຊີ, ອັດຕາດັ່ງກ່າວຂອງຫວຽດນາມ ພຽງແຕ່ຕໍ່າກວ່າ ຟີລິບປິນ, ສ່ວນໃນໂລກແມ່ນຈັດສູງກວ່າບັນດາຕະຫຼາດ ຄື ໂກໂລມເບຍ ຫຼື ສ.ເຊັກໂກ”.
ໃນຂະນະນັ້ນ, ທະນາຄານ HSBC ຄາດຄະເນວ່າ ຈະມີ 3,4 ຕື້ USD ຈະລົງທຶນເຂົ້າຕະຫຼາດຫວຽດນາມ ຕື່ມອີກ.
ໂດຍ: ກວຽດເຕິມ