leftcenterrightdel
ບົດຂຽນໄດ້ເອົາລົງໃນເວັບໄຊຂອງໜັງສືພິມ Financial Times. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງອົງການຈັດອັນດັບ FTSE Russell ແຈ້ງການຍົກລະດັບຫວຽດນາມ ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຂຶ້ນຢ່າງເປັນທາງການ, ໃນວັນທີ 8 ຕຸລາ, ນັກຮຽນຮູ້ ແລະສື່ມວນຊົນອັງກິດ ໄດ້ມີການຕີລາຄາທີ່ຕັ້ງໜ້າກ່ຽວກັບບັນຫານີ້. ໜັງສືພິມ Financial Times, ໜັງສືພິມແຖວໜ້າໂລກໃນຂົງເຂດການເງິນ, ໄດ້ລົງຂ່າວວ່າເປັນຄັ້ງທຳອິດທີ່ຫວຽດນາມ ໄດ້ຮັບການຍົກລະດັບຂຶ້ນເປັນຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຈາກອົງການສະໜອງດັດຊະນີ, ການກະທຳນີ້ອາດຈະດຶງດູດເງິນເປັນຈຳນວນນັບພັນຕື້ໂດລາສະຫະລັດ ເຂົ້າມາລົງທຶນຕະຫຼາດຫຼັກຊັບພາຍໃນປະເທດ.

ໃນຂະນະນັ້ນ, ທ່ານ Bill Hayton ນັກຄົ້ນຄວ້າໂຄງການອາຊີ ຢູ່ ສະຖາບັນຄົ້ນຄວ້າພະບໍລົມວົງສານຸວົງອັງກິດ ກ່ຽວກັບບັນດາບັນຫາສາກົນ Chatham House, ຖືວ່າການຍົກລະດັບນີ້ມີຄວາມໝາຍທີ່ສຸດຕໍ່ຫວຽດນາມ ແມ່ນບາດກ້າວມຸ່ງໄປເຖິງການໄດ້ຮັບຖືວ່າແມ່ນພື້ນຖານເສດຖະກິດສາກົນ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ