ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຫວນຄືນເລື່ອງລາວທີ່ເຈັບປວດ, ດຸເດືອດຂອງສົງຄາມຈາກການເລົ່າເລື່ອງຂອງບັນດານັກຮົບເກົ່າ ທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຢູ່ກໍາແພງເກົ່າ ກວ໋າງຈີ້. ທ່ານລັດຖະມົນຕີ ເນັ້ນໜັກວ່າ, ຟີມຮູບເງົາ “ຝົນແດງ” ຖືກດັດແປງມາຈາກບົດປະພັນວັນນະຄະດີທີ່ມີຊື່ດຽວກັນຂອງພັນເອກພິເສດ, ນັກປະພັນ ຈູລາຍ ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເອົາໃຈໃສ່ຊີ້ນໍາການຜະລິດ, ແມ່ນໂຄງການທີ່ແທດຈິງຂໍ່ານັບຮັບຕ້ອນສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ.

leftcenterrightdel
ພົນເອກ ຟານວັນຢາງ, ພົນເອກ ຈິ້ງວັນກວຽດ, ພົນເອກ ຫງວຽນເຕິນເກືອງ ຖ່າຍຮູບກັບນັກສະແດງຟີມຮູບເງົາ “ຝົນແດງ”. ພາບ: qdnd.vn

ຈຸດພົ້ນເດັ່ນຂອງຟີມຮູບເງົາ “ຝົນແດງ” ແມ່ນຮູບພາບທະຫານລຸງໂຮ່ ໄດ້ວາດພາບຢ່າງເລິກເຊິ່ງ, ມີຊີວິດຊີວາດ້ວຍຄຸນນະທາດອັນສູງສົ່ງ, ສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດໃນຍຸກສະໄໝໂຮ່ຈີມິນ. ນີ້ແມ່ນຄຸນຄ່າທີ່ຍືນຍົງ, ແມ່ນແຫຼ່ງພະລັງເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ສືບຕໍ່ເສີມຂະຫຍາຍໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: qdnd.vn

ດ້ວຍຜົນສໍາເລັດຂອງຟີມຮູບເງົາ “ຝົນແດງ”, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ສິລະປະເວົ້າລວມ, ຮູບເງົາເວົ້າສະເພາະ ເມື່ອຕິດພັນກັບປະຫວັດສາດ ແລະການປະຕິວັດ, ໄດ້ຮັບການລົງທຶນຢ່າງຖືກທິດ, ຈະກາຍເປັນຊ່ອງໂຄສະນາຢ່າງມີປະສິດທິຜົນ, ແຜ່ຂະຫຍາຍນໍ້າໃຈຮັກຊາດ ແລະຄວາມຄາດຫວັງຢາກອຸທິດສ່ວນໃນສັງຄົມ, ໃນປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ.

ທ່ານລັດຖະມົນຕີ ຟານວັນຢາງ ມອບໃຫ້ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ສືບຕໍ່ຊີ້ນໍາຮູບເງົາກອງທັບປະຊາຊົນພ້ອມກັບບັນດາອົງການວັດທະນະທໍາ, ສິລະປະໃນກອງທັບເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຄົ້ນຄວ້າ, ປະດິດແຕ່ງບົດປະພັນໃໝ່ກ່ຽວກັບຫົວຂໍ້ການປະຕິວັດ, ການຕໍ່ສູ້, ສ້າງສາ ແລະປົກປັກຮັກສາປະເທດຊາດ. ພ້ອມກັນນັ້ນ, ຕ້ອງນໍາຟີມຮູບເງົາ “ຝົນແດງ” ເຂົ້າໃນລະບົບໂຄສະນາເຜີຍແຜ່, ສຶກສາອົບຮົມໃນທົ່ວກອງທັບ; ຈັດຕັ້ງການສາຍຮູບເງົາທີ່ບັນດາກົມກອງ, ວິທະຍາຄານ, ໂຮງຮຽນ; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນ ແລະເພື່ອນມິດສາກົນ, ເພື່ອໃຫ້ຄຸນຄ່າ, ຄວາມໝາຍຂອງຟີມຮູບເງົາສືບຕໍ່ແຜ່ຂະຫຍາຍຢ່າງແຂງແຮງ.

leftcenterrightdel
 
leftcenterrightdel
ພົນເອກ ຟານວັນຢາງ, ພົນເອກ ຈິ້ງວັນກວຽດ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່, ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານຜະລິດ, ໂຄສະນາເຜີຍແຜ່ຟີມຮູບເງົາ “ຝົນແດງ”. ພາບ: qdnd.vn

ທີ່ກອງປະຊຸມ, ຮັບຮູ້ຜົນງານຈັດຕັ້ງການຜະລິດ ແລະໂຄສະນາເຜີຍແຜ່ຟີມຮູບເງົາ “ຝົນແດງ”, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມອບໃບຍ້ອງຍໍໃຫ້ 20 ກົມກອງ ແລະ 18 ທ່ານ; ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ 16 ກົມກອງ ແລະ 59 ທ່ານ; ປະທານຄະນະກໍາມະການປະຊາຊົນແຂວງກວ໋າງຈີ້ ມອບໃບຍ້ອງຍໍໃຫ້ຮູບເງົາກອງທັບປະຊາຊົນ.

ໂອກາດນີ້, ກະຊວງປ້ອງກັນປະເທດ ກໍພິຈາລະນາ, ສະເໜີມອບຫຼຽນໄຊແຮງງານ ຊັ້ນສາມ ໃຫ້ກົມກອງລວມໝູ່ຮູບເງົາກອງທັບປະຊາຊົນ ແລະ 3 ທ່ານ, ລວມມີ: ພັນເອກພິເສດ ນາງ ຫງວຽນທູຢຸງ (ຜູ້ອໍານວຍການຮູບເງົາກອງທັບປະຊາຊົນ), ພັນເອກພິເສດ ນາງ ກ່ຽວແທັງຖຸ໋ຍ (ຮອງຜູ້ອໍານວຍການຮູບເງົາກອງທັບປະຊາຊົນ, ຜູ້ອໍານວຍການຜະລິດຟີມຮູບເງົາ “ຝົນແດງ”), ພັນເອກ ນາງ ດັ້ງຖ໋າຍຮວ່ຽນ (ຮອງຜູ້ອໍານວຍການຮູບເງົາກອງທັບປະຊາຊົນ, ຜູ້ກໍາກັບການສະແດງຟີມຮູບເງົາ “ຝົນແດງ”). 

ໂດຍ: ໄຊຊະນະ