ຫວຽດນາມ ນຳໜ້າການເຕີບໂຕໃນພາກພື້ນອາຊີຕາເວັນອອກ-ປາຊີຟິກ ປີ 2025
ກປ.ອອນໄລ - ຕາມບົດລາຍງານອັບເດັດເສດຖະກິດ ເດືອນຕຸລາ ປີ 2025 ຂອງທະນາຄານໂລກທີ່ປະກາດໃນວັນທີ 7 ຕຸລາ, ເສດຖະກິດອາຊີຕາເວັນອອກ-ປາຊີຟິກ ຄາດວ່າຈະບັນລຸລະດັບການເຕີບໂຕ 4,8%, ຫຼຸດລົງເລັກນ້ອຍເມື່ອທຽບໃສ່ລະດັບ 5,0% ຂອງປີ 2024.
ຫວຽດນາມ ມີຄວາມສາມາດຈະນຳໜ້າພາກພື້ນດ້ວຍລະດັບການເຕີບໂຕ 6,6% ໃນປີ 2025, ແມ່ນລະດັບສູງສຸດໃນກຸ່ມບັນດາພື້ນຖານເສດຖະກິດກໍາລັງພັດທະນາ. ຖັດໄປແມ່ນ ມົງໂກນ ແລະຟີລິບປິນ ດ້ວຍອັດຕາການເຕີບໂຕ 5,9% ແລະ 5,3% ຕາມລຳດັບ.
ໃນສະພາບການພາກພື້ນຍັງມີການຜັນແປຫຼາຍຢ່າງ, ຫວຽດນາມ ສືບຕໍ່ພົ້ນເດັ່ນດ້ວຍການຟື້ນຟູການຜະລິດ ແລະການຊົມໃຊ້ຢ່າງໝັ້ນຄົງ. ທະນາຄານໂລກ ຕີລາຄາສູງຄວາມສາມາດໃນການບໍລິຫານນະໂຍບາຍຢ່າງໄຫວພິບ, ຄວບຄຸມໄພເງິນເຟີ້ຢ່າງມີປະສິດທິຜົນ ແລະໜູນຊ່ວຍວິສາຫະກິດຟື້ນຟູພາຍຫຼັງພະຍາດໂຄວິດ-19.
    |
 |
ພາບປະກອບ: tapchitaichinh.vn |
ຕາມທະນາຄານໂລກ ແລ້ວ, ປະມານ 80% ຈໍານວນວຽກເຮັດງານທຳໃໝ່ຢູ່ຫວຽດນາມ ແມ່ນໄດ້ຮັບການສ້າງຂຶ້ນໂດຍບັນດາວິສາຫະກິດໜຸ່ມທີ່ຂະຫຍັນຂັນເຄື່ອນ. ນີ້ແມ່ນສັນຍານທີ່ຕັ້ງໜ້າ, ສະແດງໃຫ້ເຫັນເຖິງພະລັງຊີວິດຢ່າງແຂງແຮງຂອງພາກເອກະຊົນ. ທະນາຄານໂລກ ນໍາສະເໜີມາດຕະການແກ້ໄຂທີ່ສຳຄັນ ບໍ່ພຽງແຕ່ເປີດກວ້າງຕະຫຼາດສົ່ງອອກເທົ່ານັ້ນ, ຫາກຍັງຕ້ອງເພີ່ມທະວີຄວາມຕ້ອງການພາຍໃນປະເທດ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະຫັນເປັນດີຈີຕອນຢ່າງແຂງແຮງໃນພາກເອກະຊົນອີກດ້ວຍ. ການຍົກສູງສະມັດຕະພາບແຮງງານ ໄດ້ຮັບຖືວ່າແມ່ນຂໍກຸນແຈ ເພື່ອຫັນໄປສູ່ຮູບແບບການເຕີບໂຕທີ່ມີຄຸນນະພາບສູງ. ຕາມທະນາຄານໂລກ ແລ້ວ, ການເຂົ້າຮ່ວມຂອງຫວຽດນາມ ໃນຕ່ອງໂສ້ການຜະລິດຂອງພາກພື້ນຍັງຈໍາກັດຢູ່. ສະນັ້ນ, ການຊຸກຍູ້ການປະຕິຮູບໂຄງປະກອບເສດຖະກິດ ແລະຍົກສູງກໍາລັງຄວາມສາມາດການບໍລິຫານໄດ້ຮັບຖືວ່າແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອປັບປຸງທ່າເຕີບໂຕແບບຍືນຍົງ.
ໂດຍ: ທູຈາງ