ກອງປະຊຸມສົນທະນາ ແມ່ນການເຄື່ອນໄຫວນອນໃນຂອບເຂດລາຍການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ-ສິງກະໂປ.

ລາຍການພົບປະແລກປ່ຽນແມ່ນໂອກາດທີ່ດີເພື່ອພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດວິຊາສະເພາະ; ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບສອງປະເທດ;  ຢັ້ງຢືນຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ.

leftcenterrightdel
ບັນຍາກາດກອງປະຊຸມສົນທະນານາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ-ສິງກະໂປ. ພາບ: ຮວ່າງຫວູ.

ພັນເອກ ຫງວຽນກວາງຮຸຍ ສະເໜີໃຫ້ສືບຕໍ່ຍູ້ແຮງວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ແກ່ຖັນແຖວນາຍທະຫານໜຸ່ມ ແລະປະຊາຊົນສອງປະເທດກ່ຽວກັບປະຫວັດສາດ, ຄວາມໝາຍຂອງການພົວພັນ ຫວຽດນາມ-ສິງກະໂປ; ແບ່ງປັນຂໍ້ມູນຂ່າວສານຢ່າງເປັນປະຈຳ, ຕອບໂຕ້ກັບທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ, ເພື່ອຫວັງແບ່ງແຍກການພົວພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ; ສືບຕໍ່ຮັກສາ ແລະເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນຕົວຈິງໃນການປະຕິບັດວຽກງານວິຊາສະເພາະ ແລະໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ. ພາບ: ຮວ່າງຫວູ.

ສະແດງຄວາມເຫັນດີເຫັນພ້ອມກັບຄໍາເຫັນຂອງພັນເອກ ຫງວຽນກວາງຮຸຍ, ພັນໂທ Koh Zhi Chao ເນັ້ນໜັກວ່າ ນາຍທະຫານໜຸ່ມກອງທັບສິງກະໂປ ປາດຖະໜາຢາກຮຽນຮູ້ ແລະແລກປ່ຽນບົດຮຽນອັນລ້ຳຄ່າຈາກນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະສອງຝ່າຍເສີມຂະຫຍາຍຈິດໃຈຮ່ວມມື, ປະກອບສ່ວນເຂົ້າໃນການພົວພັນດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ.

ໂດຍ: ໄຊຊະນະ