ໃນລະຫວ່າງວັນທີ 6 - 7 ຕຸລາ, ແຂວງ ທາຍງວຽນ ເກີດຝົນຕົກໜັກ. ຕາມຕົວເລກ ໂດຍອຳນາດການປົກຄອງທ້ອງຖິ່ນສະໜອງ, ໄລ່ຮອດຕອນຄ່ຳວັນທີ 7 ຕຸລາ, ມີຢ່າງໜ້ອຍສຸດ 3 ຄົນເສຍຊີວິດຍ້ອນນ້ຳໄຫຼຊູ, 3 ຄົນຫາຍສາບສູນ, ມີເຮືອນຫຼາຍຫຼັງຖືກຈົມນ້ຳເລິກແຕ່ 1 – 2 ແມັດ. ມີພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດແຂວງ ທາຍງວຽນ ພ້ອມກັບກຳລັງຢູ່ກັບທີ່, ອຳນາດການປົກຄອງ ແລະ ປະຊາຊົນບັນດາທ້ອງຖິ່ນໄດ້ຍົກຍ້າຍປະຊາຊົນໄປຍັງເຂດປອດໄພຢ່າງທັນການ. ທ່ານ ນົງມິນງວຽນ, ເລຂາພັກຕາແສງ ນາຣີ, ແຂວງ ທາຍງວຽນ, ໃຫ້ຮູ້ວ່າ:

leftcenterrightdel
ສະພາບນ້ຳແກ່ງຖ້ວມເກີດຂຶ້ນຢູ່ແຂວງ ທາຍງວຽນ. ພາບ: VGP

“ດ້ວຍວຽກງານກູ້ໄພກູ້ຊີບ, ພວກຂ້າພະເຈົ້າ ຈະສືບຕໍ່ກວດກາບັນດາຄອບຄົວ, ສ່ວນບຸກຄົນຍັງບໍ່ທັນເຫັນດີຍົກຍ້າຍ ເພື່ອສືບຕໍ່ຊວນເຊື່ອຍົກຍ້າຍອອກຈາກເຂດຖືກນ້ຳແກ່ງຖ້ວມ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ພວກຂ້າພະເຈົ້າ ກໍ່ໄດ້ຕິດຕັ້ງປ້າຍກ່າວເຕືອນ ແລະຈັດສົ່ງກຳລັງປະຈຳຢູ່ບັນດາເຂດມີຄວາມສ່ຽງສູງ ບໍ່ໃຫ້ປະຊາຊົນ ແລະ ພາຫະນະໄປມາ ແນໃສ່ຮັບປະກັນຄວາມປອດໄພຢ່າງສິ້ນເຊີງ…”

ຢູ່ ລ້າງເຊີນ, ອຳນາດການປົກຄອງ ໃຫ້ຮູ້ວ່າ, ມີປະຊາຊົນກວ່າ 100 ຄົນໄດ້ຍົກຍ້ານເຖິງເຂດປອດໄພ ພາຍຫຼັງເຄື່ອນໄຟຟ້ານ້ຳຕົກ ບັກແຄ 1 ຖືກແຕກໃນວັນທີ 7 ຕຸລາ.

ແຫຼ່ງຄັດຈາກ vovworld.vn