ເປົ້າໝາຍການເຕີບໂຕ 8,3 % ໃນປີ 2025 ແມ່ນມີຄວາມເປັນໄປໄດ້ຢ່າງສູງ
ລະດັບການເຕີບໂຕ GDP ໄຕມາດທີ III/2025 ບັນລຸ 8,23%, ນີ້ແມ່ນລະດັບສູງອັນດັບທີ 2 ໃນໄລຍະ 2011 – 2025, ພາຍຫຼັງໄຕມາດທີ III/2022 (14,38%).
ຢູ່ກອງປະຊຸມຖະແຫຼງຂ່າວທີ່ໄດ້ປະກາດຂໍ້ມູນສະຖິຕິເສດຖະກິດສັງຄົມ ໄຕມາດທີ III ແລະ 9 ເດືອນຕົ້ນປີ 2025 ໄດ້ດຳເນີນໃນຕອນເຊົ້າວັນທີ 6 ຕຸລາ, ການນຳກົມສະຖິຕິ ແລກປ່ຽນກັບສື່ມວນຊົນກ່ຽວກັບກໍລະນີການເຕີບໂຕ GDP ທັງປີ 2025.
ຕາມນັ້ນແລ້ວ, ລະດັບການເຕີບໂຕ GDP ໄຕມາດທີ III/2025 ບັນລຸ 8,23%, ນີ້ແມ່ນລະດັບສູງອັນດັບທີ 2 ໃນໄລຍະ 2011 – 2025, ພາຍຫຼັງໄຕມາດທີ III/2022 (14,38%). ມີຫຼາຍຂົງເຂດເສດຖະກິດປາຍແຫຼມພວມມີທ່າອ່ຽງເຕີບໂຕທີ່ຕັ້ງໜ້າ, ສ້າງທ່ວງທ່າບຸກທະລຸໃນຊຸມເດືອນທ້າຍປີ. ດ້ວຍລະດັບການເຕີບໂຕຄືປັດຈຸບັນ, ເປົ້າໝາຍການເຕີບໂຕ GDP ທັງປີ 2025ແຕ່ 8,3 ຫາ 8,5% ແມ່ນມີຄວາມເປັນໄປໄດ້. ທ່ານຮອງສາດສະດາຈານ, ປ.ອ ຫງວຽນເທື່ອງລ້າງ, ອາຈານມະຫາວິທະຍາໄລເສດຖະກິດມະຫາພາກ ໄຈ້ແຍກວ່າ:
ການລົງທຶນເອກະຊົນເພີ່ມຂຶ້ນ, ການລົງທຶນຕ່າງປະເທດ ກໍພວມໃນທ່າອ່ຽງດີຂຶ້ນ, ຖືກກັບເປົ້າໝາຍແຕ່ລະປີພວກເຮົາດຶງດູດເງິນປະມານ 31 - 35 ຕື້ໂດລາສະຫະລັດ. ກ່ຽວກັບການສົ່ງອອກນຳເຂົ້າພວກເຮົາເຫັນສະພາບການທີ່ດີທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ປີນີ້, ຫວຽດນາມ ອາດສາມາດລອດເຂົ້າບັນຊີລາຍຊື່ບັນດາປະເທດມີກຳລັງຄວາມສາມາດສູງໃນການສົ່ງອອກນຳເຂົ້າ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ