leftcenterrightdel
ກອງປະຊຸມຄັ້ງທີ 1 ຂອງຄະນະເຈລະຈາລັດຖະບານ ກ່ຽວກັບບັນຫາການຄ້າກັບອາເມລິກາ. ພາບ: moit.gov.vn

ຢູ່ກອງປະຊຸມ, ບັນດາສະມາຊິກໃນຄະນະເຈລະຈາໄດ້ປຶກສາຫາລືກ່ຽວກັບບັນດາບັນຫາ, ວິທີການຜັນຂະຫຍາຍບັນດາໜ້າທີ່; ມອບໜ້າທີ່ໃຫ້ແກ່ບັນດາກະຊວງ, ຂະແໜງການ, ສະມາຊິກຄະນະເຈລະຈາ ແລະກຸ່ມຊ່ວຍວຽກ; ຂໍ້ກຳນົດໃນການປົກປ້ອງຄວາມລັບດ້ານຂໍ້ມູນ ແລະແຜນການຜັນຂະຫຍາຍໃນຊຸມວັນຈະມາເຖິງ. ສຳລັບ ຫວຽດນາມ, ການເຈລະຈາຂໍ້ຕົກລົງດ້ານການຄ້າກັບອາເມລິກາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງການຄ້າສອງຝ່າຍຢ່າງມີປະສິດທິຜົນ, ຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນຈິດໃຈຮັບປະກັນຜົນປະໂຫຍດຢ່າງສຸດຂີດຂອງປະເທດຊາດ ແລະຜົນປະໂຫຍດອັນກົມກຽວ, ແບ່ງປັນຄວາມສ່ຽງ.

ແຫຼ່ງຄັດຈາກ: vovworld.vn