ຫວ່າງແລ້ວນີ້, ຢູ່ສິງກະໂປ, ສະຫະພັນຝລັ່ງໂກໂຟນີ  ຢູ່ສິງກະໂປໄດ້ສົມທົບກັບສະຖານທູດຫວຽດນາມ, ສະຖານທູດຝລັ່ງ ແລະສະຖານທູດຂອງບາງປະເທດສະມາຊິກປະຊາຄົມທີ່ໃຊ້ພາສາຝລັ່ງ ປະຈຳ ສິງກະໂປ ຈັດຕັ້ງງານບຸນອາຫານການກິນຂອງ ຝລັ່ງໂກໂຟນີ  2025 ເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ຕິດພັນລະຫວ່າງບັນດາສະມາຊິກ, ພ້ອມທັງແນະນຳ ແລະໂຄສະນາວັດທະນະທຳອາຫານການກິນພື້ນເມືອງຂອງແຕ່ລະປະເທດ.

leftcenterrightdel
ບັນດາແຂກພໍໃຈຕໍ່ການຮັບປະທານອາຫານຫວຽດນາມ ໃນງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນໜຶ່ງໃນບັນດາເຫດການປະຈຳປີທີ່ຫ້ອງການການຄ້າຂອງສະຖານທູດຫວຽດນາມ ປະຈຳ ສິງກະໂປ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວການທູດດ້ານເສດຖະກິດ ແລະການທູດດ້ານວັດທະນະທໍາ, ເພື່ອແນໃສ່ສົ່ງເສີມການຄ້າສິນຄ້າຂອງຫວຽດນາມ ຢູ່ຕະຫຼາດສິງກະໂປ. ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມງານບຸນ, ນອກຈາກການໂຄສະນາອາຫານການກິນຫວຽດນາມ ແລ້ວ, ຍັງຍາດແຍ່ງໂອກາດ ເພື່ອເຂົ້າຫາບັນດາຄູ່ຮ່ວມມືແນະນໍາຜະລິດຕະພັນ, ສົ່ງອອກສະບຽງອາຫານປຸງແຕ່ງໄປຍັງຕະຫຼາດບັນດາປະເທດໃນປະຊາຄົມຝລັ່ງໂກໂຟນີ.

ໂດຍ: ດັ້ງເກື່ອງ