leftcenterrightdel
ພາລະກອນ VDS ແລະບັນດາກົມກອງຂຶ້ນກັບ Viettel ເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ພາບ: ຕ໊ວນເຊີນ

ລາຍການໄດ້ສະແດງໃຫ້ເຫັນເຖິງຄວາມເປັນມະນຸດ ແລະຄວາມຮັບຜິດຊອບທາງສັງຄົມທີ່ເລິກເຊິ່ງ, ບໍ່ພຽງແຕ່ແມ່ນການກະທໍາເພື່ອການກຸສົນເທົ່ານັ້ນຫາກຍັງເປັນສັນຍາລັກຂອງການພັດທະນາແບບຍືນຍົງ, ການເຊື່ອມຕໍ່ລະຫວ່າງສຸຂະພາບຊຸມຊົນ ແລະຄວາມກ້າວໜ້າທາງດ້ານເສດຖະກິດ, ສ່ອງແສງເປົ້າໝາຍອັນສູງສົ່ງຂອງ VDS ແລະບັນດາກົມກອງຮ່ວມເດີນທາງໃນການໜູນຊ່ວຍກຸ່ມດ້ອຍໂອກາດ, ສ້າງຊີວິດທີ່ດີກວ່າ. “ຫົວໃຈສີແດງ 2025” ແມ່ນສ່ວນໜຶ່ງໃນບັນດາລາຍການໃກ້ຊິດຕິດແທດກັບກໍານົດທິດຄວາມຮັບຜິດຊອບສັງຄົມຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel), ຄື: “ສ້າງອະນາຄົດ - ສະຖຽນລະພາບຫວຽດນາມ” ແລະແບ່ງປັນ “Share” ຄວາມຫວັງ. ຕາມຂໍ້ມູນຈາກຄະນະຈັດຕັ້ງແລ້ວ, ລາຍການໄດ້ຮັບເລືອດ 300 ກວ່າຖົງ.

ໂດຍ: ເຈິ່ນຮວ່ຽນ