leftcenterrightdel
ຜູ້ແທນຢ້ຽມຢາມເຂດເຮັດວຽກ. ພາບ: vov.vn

ນະຄອນດ່ານັ້ງ ໄດ້ວາງເປົ້າໝາຍຮອດປີ 2030 ຈະມີນັກວິສະວະກອນໃນຂົງເຂດແຜງວົງຈອນ, ເຄິ່ງຊັກນໍາໄຟຟ້າຢ່າງໜ້ອຍສຸດ 5.000 ຄົນ, ໃນນັ້ນມີນັກວິສະວະກອນອອກແບບແມ່ນ 2.000 ຄົນ ແລະນັກວິສະວະກອນ, ນັກເຕັກນິກຫຸ້ມຫໍ່, ກວດທົດລອງ 3.000 ຄົນ. ນັ້ນແມ່ນຄຳຮຽກຮ້ອງຂອງການນຳນະຄອນດ່ານັ້ງ ທີ່ພິທີໄຂສູນ R&D ກ່ຽວກັບເຕັກໂນໂລຊີສູງ ແລະຊິບເຄິ່ງຊັກນໍາໄຟຟ້າຢູ່ເຂດສວນສາທາລະນະຊອັບແວດ່ານັ້ງ ເລກ 2, ໂດຍກຸ່ມບໍລິສັດ FPT ຈັດຂຶ້ນໃນວັນທີ 27 ມີນາ.

ກ່າວຄຳເຫັນທີ່ພິທີ, ທ່ານ ໂຮ່ກີ່ມິງ ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໃຫ້ຮູ້ວ່າ ທາງນະຄອນໄດ້ວາງເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນຈະປະກອບສ່ວນເຂົ້າຍອດຜະລິດຕະພັນ GRDP ຂອງນະຄອນແຕ່ 35-40%. ໃນນັ້ນ, ປັດຍາປະດິດ ແລະແຜງວົງຈອນເຄິ່ງຊັກນໍາໄຟຟ້າແມ່ນໜຶ່ງໃນບັນດາຍຸດທະສາດປາຍແຫຼມ, ແມ່ນຂໍ້ກຸນແຈເພື່ອໃຫ້ດ່ານັ້ງ ມຸ່ງໄປສູ່ອະນາຄົດ.

ທ່ານ ໂຮ່ກີ່ມິງ ເນັ້ນໜັກວ່າ: “ນະຄອນໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂ, ສະພາບແວດລ້ອມສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ສືບຕໍ່ສະເໜີສູນກາງເພີ່ມເຕີມກົນໄກ, ນະໂຍບາຍເພື່ອສົ່ງເສີມການລົງທຶນ, ໂດຍສະເພາະແມ່ນເພື່ອສ້າງເປັນສູນການເງິນ; ສູນ startup ນະວັດຕະກຳ; ສູນຄົ້ນຄວ້າ ແລະພັດທະນາ. ພ້ອມກັນນັ້ນ, ກໍ່ຄົ້ນຄວ້າກົນໄກ, ນະໂຍບາຍ ແລະໜູນຊ່ວຍການລົງທຶນໃນຂົງເຂດເຕັກໂນໂລຊີສູງ, ອຸດສາຫະກຳເຕັກໂນໂລຊີ, ການຫັນເປັນດີຈີຕອນ, ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນ…”

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ