leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: VGP

ຢູ່ທີ່ນີ້, ແຂວງບິ່ງດິ້ງ ໄດ້ເຊື້ອເຊີນບັນດາວິສາຫະກິດມາລົງທຶນໃສ່ 7 ຂົງເຂດ, ລວມມີ: ອຸດສາຫະກຳ; ທ່ອງທ່ຽວ ແລະການບໍລິການ; ກະສິກຳເຕັກໂນໂລຊີສູງ; ການບໍລິການ logistics; ເສດຖະກິດເຂດຕົວເມືອງ; ເຕັກໂນໂລຊີສູງ ແລະນະວັດຕະກຳ, ຂົງເຂດສາທາລະນະສຸກ, ການສຶກສາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຈິຢຸງ ສະເໜີໃຫ້ແຂວງບິ່ງດິ້ງ ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສະດວກທີ່ສຸດ, ຖືນີ້ແມ່ນໜ້າທີ່ແຖວໜ້າ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຈິຢຸງ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ບິ່ງດິ້ງ ຕ້ອງສືບຕໍ່ບຸລິມະສິດໃຫ້ແກ່ການເຕີບໂຕ. ສຸມໃສ່ 3 ກຳລັງໜູນເຕີບໂຕທີ່ເປັນມູນເຊື້ອຂອງພວກເຮົາໄດ້ກຳນົດນັ້ນແມ່ນ, ເພີ່ມທະວີການລົງທຶນ, ຊຸກຍູ້ການສົ່ງອອກ, ຍູ້ແຮງການບໍລິໂພກ. ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ບັນດາວິສາຫະກິດພວມພົບປະ, ເຮັດແນວໃດໃຫ້ແກ່ວິສາຫະກິດເຄື່ອນໄຫວຢ່າງສະດວກ, ດຶງດູດ, ແກ່ງແຍ້ງ”.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ