ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການອະນຸລັກຮັກສາ ແລະເຜີຍແຜ່ພາສາຫວຽດ, ຢືນຢັນວ່າ ນີ້ແມ່ນສາຍແນນເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຫ່າງໄກຈາກບ້ານເກີດເມືອງນອນກັບກົກເຄົ້າເຫງົ້າກໍຂອງຊາດ. ດ້ວຍຈິດໃຈ “ຮັກສາພາສາຫວຽດ, ຮັກສາສີສັນວັດທະນະທໍາຂອງຊາວຫວຽດນາມ”, ທ່ານນາງຮອງລັດຖະມົນຕີ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາອົງການ, ບຸກຄົນສົມທົບກັນອະນຸລັກຮັກສາ ແລະເສີມຂະຫຍາຍ, ໂຄສະນາເຜີຍແຜ່ພາສາຫວຽດ. ການນຳໃຊ້ພາສາຫວຽດບໍ່ພຽງແຕ່ຢູ່ໃນຄອບຄົວເທົ່ານັ້ນ, ຫາກຍັງໃນການຮໍ່າຮຽນ, ການເຮັດວຽກ ແລະການພົບປະແລປ່ຽນກັບສາກົນຈະປະກອບສ່ວນອະນຸລັກຮັກສາສີສັນວັດທະນະທຳຂອງຊາດ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່າວຄໍາເຫັນທີ່ພິທີປຸກລະດົມ. ພາບ: ຕຽວຫງວຽນ

ເນື່ອງໃນໂອກາດນີ້, ທ່ານ ຫງວຽນແມ້ງຮຸ່ງ ຮອງປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກາດການປະກວດ “ຊອກຫາທູດພາສາຫວຽດ ຢູ່ຕ່າງປະເທດປີ 2025” ຢ່າງເປັນທາງການ. ນີ້ແມ່ນສະໜາມລະຫຼີ້ນທີ່ມີຄວາມໝາຍເພື່ອຊອກຫາ ແລະ ເຊີດຊູຜູ້ທີ່ມີການປະກອບສ່ວນດີເດັ່ນໃນການຮັກສາ ແລະໂຄສະນາເຜີຍແຜ່ພາສາຫວຽດ ໃນທົ່ວໂລກ.

leftcenterrightdel
ຜູ້ແທນກົດປຸ່ມເປີດສະຫຼອງລາຍການ "ພາສາຫວຽດທີ່ມະຫັດສະຈັນ" ໂດຍຊ່ອງໂທລະພາບ VTV4 ສົມທົບກັບສຳນັກພິມຈຳໜ່າຍສຶກສາຫວຽດນາມ ຜະລິດ. ພາບ: ຕຽວຫງວຽນ

ໃນພິທີປຸກລະດົມ, ລາຍການ “ພາສາຫວຽດທີ່ມະຫັດສະຈັນ” ໂດຍຊ່ອງໂທລະພາບ VTV4 (ວິທະຍຸກະຈາຍສຽງຫວຽດນາມ) ແລະສຳນັກພິມຈຳໜ່າຍສຶກສາຫວຽດນາມ ສົມທົບກັນຈັດຂຶ້ນຢ່າງເປັນທາງການ. ລາຍການເພື່ອແນໃສ່ໜູນຊ່ວຍວຽກງານການສອນ ແລະຮຽນພາສາຫວຽດ ໃຫ້ແກ່ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍຜ່ານຊັບສົມບັດທາງດ້ານວັນນະຄະດີພື້ນເມືອງທີ່ເຕັມໄປ້ດ້ວຍສີສັນຂອງຊາດ.

ໂດຍ: ທູຈາງ