ຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມລົງທຶນປະຈຳປີ 2025 ຢູ່ UAE
ກປ.ອອນໄລ - ວັນທີ 7 ເມສາ, ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ AIM ຄັ້ງທີ 14 ຢູ່ Abu Dhabi, ສະຫະລັດ ອາຣັບ ເອມີເຣດ (UAE).
ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພວມສຸມໃສ່ “ແກ້ໄຂສິ່ງກີດຂວາງ”, ປ່ຽນໃໝ່ກໍາລັງແຮງການເຕີບໂຕ ແລະຂຸດຄົ້ນແຫຼ່ງກຳລັງໃຫ້ທະລຸລ່ວງ ເພື່ອສູ້ຊົນບັນລຸການເຕີບໂຕໃຫ້ໄດ້ແຕ່ 8% ຂຶ້ນໄປໃນປີນີ້, ສ້າງພື້ນຖານຊຸກຍູ້ການເຕີບໂຕເປັນສອງຕົວເລກໃນໄລຍະຕໍ່ໄປ.
    |
 |
ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມລົງທຶນປະຈຳປີ 2025 ຢູ່ UAE. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການຮ່ວມມືລົງທຶນຕ່າງປະເທດ, ຫວຽດນາມ ກໍານົດທິດດຶງດູດ FDI ທີ່ມີການຄັດເລືອກ, ສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ວິທະຍາສາດເຕັກໂນໂລຢີ, ການຫັນປ່ຽນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ, ເຕັກໂນໂລຢີຊີວະພາບ, ວັດຖຸດິບໃໝ່, ຈີບ ເຊມິຄອນດັກເຕີ, AI, ພະລັງງານທົດແທນ, ພະລັງງານໃໝ່ (ເຊັ່ນ: hydrogen...), ໂລຈິດສະຕິກ, ການເງິນສີຂຽວ...
ໜ້າເອົາໃຈໃສ່, ນັບແຕ່ໃນປີ 2025, ຫວຽດນາມ ສູ້ຊົນຫຼຸດຜ່ອນເວລາແກ້ໄຂລະບຽບການບໍລິຫານຢ່າງໜ້ອຍສຸດ 30%. ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານຍາມໃດກໍ່ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ ແລະຮ່ວມເດີນທາງກັບຄູ່ຮ່ວມມືສາກົນ, ວິສາຫະກິດ ແລະນັກລົງທຶນພາຍໃນ ແລະຕ່າງປະເທດ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຮ່ວມມືລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະຍືນຍົງ.
ໂດຍ: ທະນາພອນ