ຕາມບົດລາຍງານແລ້ວ, ຄາດວ່າ ຮອດວັນທີ 30 ກັນຍາ, ມີ 2.500 ກິໂລແມັດ ໄດ້ກໍ່ສ້າງສຳເລັດ ແລະຖ້າຫາກບັນດາຕອນຫຼັກແຫຼ່ງ ແລະບັນດາໂຄງການຂອງທ້ອງຖິ່ນກໍ່ໄດ້ຮັບການກໍ່ສ້າງສຳເລັດໃນປີນີ້, ໃນນັ້ນມີໂຄງການ ດົ່ງດັງ (ແຂວງລ້າງເຊີນ) ໄປຍັງ ຈ່າຫຼິງ (ແຂວງກວາບັ່ງ) ແລະໂຄງການເສັ້ນທາງເຊື່ອມຕໍ່ 2 ດ່ານຊາຍແດນຂຶ້ນກັບແຂວງລ້າງເຊີນ, ຄື: ດ່ານຊາຍແດນ ຫືວຫງີ້ - ຈີລັງ, ໄລຍະທາງຄວາມໄວສູງໄດ້ຮັບການເຊື່ອມຕໍ່ແຕ່ເໜືອຮອດໃຕ້ລວມທັງໝົດ 3.345 ກິໂລແມັດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນໃນການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ໃນກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີໃຫ້ບັນດາແຂວງ, ນະຄອນ, ບັນດາເຈົ້າຂອງນັກລົງທຶນ, ສືບຕໍ່ສຳຫຼວດກວດຄືນບັນດາເສັ້ນທາງຄວາມໄວສູງດັ່ງກ່າວ, ຍູ້ໄວຄວາມຄືບໜ້າ. ທ່ານນາຍົກລັດຖະມົນຕີຖືວ່າ  ຖ້າຫາກວ່າທຸກເຈົ້າກຳທີ່ກ່ຽວຂ້ອງ ລ້ວນແຕ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້ານັ້ນ, ບໍ່ພຽງແຕ່ມີໄລຍະທາງຍາວ 3.300 ກິໂລແມັດ ໄດ້ຮັບການກໍ່ສ້າງສຳເລັດເທົ່ານັ້ນ, ຫາກຍັງລື່ນ 10% ເມື່ອທຽບໃສ່ເປົ້າໝາຍທີ່ໄດ້ວາງອອກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ບັນດາໂຄງການສຳຄັນລະດັບຊາດໃນຂົງເຂດລົດໄຟ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ຕ້ອງມີຄວາມຕັດສິນໃຈລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງແຕ່ເໜືອຮອດໃຕ້ໃນເດືອນທັນວາ 2026.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ