ຍັງມີຄວາມສາມາດບ່ົມຊ້ອນເພື່ອແລກປ່ຽນ, ເຈລະຈາ

ນັກຂ່າວ: ຂໍຮຽນທ່ານ, ອາເມລິກາ ຫາກໍ່ຈັດວາງພາສີຂຶ້ນເຖິງ 46% ຕໍ່ກັບສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດນີ້. ກະຊວງອຸດສາຫະກໍາ ແລະການຄ້າໄດ້ມີການຕີລາຄາຄືແນວໃດພາຍຫຼັງທີ່ມີຄໍາສັ່ງເສຍພາສີນີ້?

ທ່ານ ຕະຮວ່າງລິງ: ກະຊວງອຸດສາຫະກໍາ ແລະການຄ້າ ມີຄວາມເສຍດາຍເມື່ອ ອາເມລິກາ ອອກແຈ້ງການນໍາໃຊ້ພາສີ 46% ຕໍ່ກັບສິນຄ້າສົ່ງ ອອກທັງໝົດຂອງຫວຽດນາມ, ຈະມີຜົນສັກສິດນັບແຕ່ວັນທີ 9 ເມສາ ທີ່ຈະມາເຖິງນີ້. ຫວຽດນາມ ແລະອາເມລິກາແມ່ນສອງພື້ນຖານເສດຖະກິດທີ່ມີລັກສະນະຊ່ວຍຊູກັນ, ໂຄງປະກອບການສົ່ງອອກ ແລະການຄ້າຕ່າງປະເທດຂອງສອງປະເທດບໍ່ມີການແກ່ງແຍ້ງໂດຍກົງ ມີແຕ່ການຊ່ວຍຊູເພີ່ມເຕີມໃຫ້ກັນ, ສອດຄ່ອງກັບຄວາມຕ້ອງການພາຍໃນຂອງແຕ່ລະປະເທດ. ສິນຄ້າຫວຽດນາມ ທີ່ສ່ົງອອກໄປຍັງ ອາເມລິກາ ຕົ້ນຕໍແມ່ນແກ່ງແຍ້ງກັບປະເທດທີສາມ, ບໍ່ແກ່ງແຍ້ງໂດຍກົງກັບວິສາຫະກິດອາເມລິກາ ຢູ່ຕະຫຼາດອາເມລິກາ. ກົ່ງກັນຂ້າມ, ສິນຄ້າ ຫວຽດນາມ ທີ່ສົ່ງອອກໄປຍັງອາເມລິກາ ຍັງສ້າງເງື່ອນໄຂທີ່ດີເພື່ອໃຫ້ຜູ້ບໍລິໂພກຂອງອາເມລິກາ ໄດ້ນໍາໃຊ້ສິນຄ້າທີ່ມີລາຄາຖືກ.

ລະດັບການເສຍພາສີນຳເຂົ້າບຸລິມະສິດ (MFN) ສະເລ່ຍ ເຊິ່ງຫວຽດນາມ ນໍາໃຊ້ຕໍ່ສິນຄ້ານໍາເຂົ້າຄືໃນປະຈຸບັນແມ່ນ 9,4%. ສະນັ້ນ, ລະດັບການເສຍພາສີເຊິ່ງອາເມລິກາ ຄາດວ່າຈະນໍາໃຊ້ກັບສິນຄ້າຫວຽດນາມ ແມ່ນຂຶ້ນເຖິງ 46% ແມ່ນຂາດການອີງໃສ່ວິທະຍາສາດ ແລະບໍ່ມີຄວາມຍຸຕິທໍາຢ່າງແທ້ຈິງ, ບໍ່ສ່ອງແສງເຖິງເຈດຕະນາດີ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນຕະຫຼອດໄລຍະເວລາທີ່ຜ່ານມາໃນການແກ້ໄຂສະພາບຂາດດຸນການຄ້າລະຫວ່າງສອງປະເທດ.

leftcenterrightdel
ການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າທີ່ທ່ານາມດິ່ງຫວູ, ຫາຍຝ່ອງ. ພາບ: ຫວູຫາຍ

ນັກຂ່າວ: ກະຊວງອຸດສາຫະກຳ ແລະການຄ້າ ໄດ້ມີການກະທໍາຫຍັງແດ່ຕໍ່ຄໍາສ່ັງຈັດວາງພາສີນີ້, ຂໍຮຽນທ່ານ?

ທ່ານ ຕະຮວ່າງລິງ: ໃນໄລຍະຜ່ານມາ, ລັດຖະບານ ແລະບັນດາກະຊວງ, ຂະແໜງການໄດ້ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງຂອງວິສາຫະກິດອາເມລິກາ ຢູ່ຫວຽດນາມ, ປະກາດໃຊ້ດໍາລັດຫຼຸດພາສີ MFN ລົງ, ໃນນັ້ນມີ 13 ກຸ່ມສິນຄ້າທີ່ມີທ່າແຮງຂອງອາເມລິກາ ໄດ້ຮັບຜົນປະໂຫຍດ. ນອກຈາກນັ້ນ ມີຫຼາຍໂຄງການຂອງອາເມລິກາ ຢູ່ຫວຽດນາມ ກໍໄດ້ເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ.

ໂດຍຮັບຮູ້ວ່າ, ລະດັບການເສຍພາສີຕ່າງໆຈະຮັກສາໄປຈົນເຖິງອາເມລິກາ ກໍານົດໄດ້ໄພຂາບຂູ່ຍ້ອນການຂາດດຸນການຄ້າ ແລະຂາດຄວາມຍຸຕິທໍາໃນການຄ້າໄດ້ຮັບການແກ້ໄຂ, ດັດແກ້ ຫຼືຫຼຸດລົງໜ້ອຍໜຶ່ງ. ຍ້ອນເຫດນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າ ຖືວ່າ ລະຫວ່າງສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນເພື່ອແລກປ່ຽນ, ເຈລະຈາ, ເພື່ອມຸ່ງໄປເຖິງໝາກຜົນເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ.

ພາຍຫຼັງອາເມລິກາ ປະກາດການຈັດວາງພາສີ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີຈົດໝາຍທາງການສະເໜີຝ່າຍ ອາເມລິກາ ໂຈະຂໍ້ຕົກລົງຈັດວາງພາສີຊົ່ວຄາວເພື່ອຍາດເວລາແລກປ່ຽນ, ຊອກຫາມາດຕະການທີ່ສອດຄ່ອງໃຫ້ທັງສອງຝ່າຍ.

ຕ້ອງໝູນໃຊ້ສັນຍາການຄ້າເສລີ 17 ສະບັບໃຫ້ຫຼາຍທີ່ສຸດ

ນັກຂ່າວ: ຕາມທ່ານ, ລັດຖະດຳລັດນີ້ຈະສົ່ງຜົນສະທ້ອນຄືແນວໃດເຖິງເປົ້າໝາຍເຕີບໂຕການສ່ົງອອກຂອງຫວຽດນາມ ໃນປີ 2025?

ທ່ານ ຕະຮວ່າງລິງ: ປີ 2025, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຕັ້ງເປົ້າໝາຍສົ່ງອອກເຕີບໂຕປະມານ 12%, ເທົ່າກັບບັນລຸປະມານ 450 ຕື້ໂດລາສະຫະລັດ. ເປົ້າໝາຍນີ້ໄດ້ຍົກອອກໃນສະພາບເສດຖະກິດທົ່ວໂລກຟື້ນຟູ ແລະຫວຽດນາມ ໝູນໃຊ້ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມ. ໃນກໍລະນີທີ່ຫວຽດນາມ-ອາເມລິກາ ຊອກຫາມາດຕະການຕັ້ງໜ້າທີ່ຕັ້ງໜ້າບໍ່ໄດ້ຕໍ່ການຈັດວາງພາສີນີ້ຈະສົ່ງຜົນກະທົບເຖິງເປົ້າໝາຍເຕີບໂຕການສົ່ງອອກ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນບັນຫາທີ່ກະຊວງອຸດສາຫະກໍາ ແລະການຄ້າໄດ້ຄາດຄະເນແຕ່ກ່ອນ ແລະມີການກະກຽມ. ກະຊວງອຸດສາຫະກໍາ ແລະການຄ້າກໍ່ໄດ້ມີຂໍ້ສະເໜີກ່ຽວກັບແຜນການກະທໍາລະອຽດກັບລັດຖະບານ ແລະກ່າວເຕືອນໃຫ້ວິສາຫະກິດເພື່ອມີບັນດາບາດກ້າວທີ່ຈໍາເປັນເມື່ອມີບັນຫາເກີດຂຶ້ນ.

ກະຊວງອຸດສາຫະກໍາ ແລະການຄ້າ ຄາດຄະເນວ່າ ໃນໄລຍະຈະມາເຖິງ, ການເຄື່ອນໄຫວສົ່ງອອກຂອງພວກເຮົາຈະພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນຕ້ອງສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ ແລະວິສາຫະກິດເພື່ອປະຕິບັດບັນດາມາດຕະການວາງອອກ ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕສົ່ງອອກໃນປີ 2025.

ໂດຍຫັນເປົ້າໝາຍດ່ັງກ່າວໃຫ້ປະກົດຜົນເປັນຈິງ, ກະຊວງອຸດສາຫະກໍາ ແລະການຄ້າຖືວ່າ ຝ່າຍວິສາຫະກິດສົ່ງອອກຕ້ອງໝູນໃຊ້ທ່າແຮງທີ່ມີຢູ່ແລ້ວ, ນັ້ນແມ່ນສັນຍາການຄ້າເສລີ 17 ສະບັບດ້ວຍ 60 ກວ່າປະເທດ, ເຂດແຄ້ວນພ້ອມກັບ 70 ກົນໄກຮ່ວມມືສອງຝ່າຍ. ຄຽງຄູ່ກັນນັ້ນ, ບັນດາວິສາຫະກິດກໍ່ຕ້ອງຍູ້ແຮງການຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ. ຕະຫຼາດອາເມລິກາ ກວມເອົາ 13% ຈໍານວນສິນຄ້ານໍາເຂົ້າທົ່ວໂລກ ແຕ່ການສ່ົງອອກຂອງຫວຽດນາມ ໄປຍັງອາເມລິກາ ກວມເອົາ 30% ລວມຍອດວົງເງິນສົ່ງອອກຂອງຫວຽດນາມ. ນີ້ແມ່ນໜຶ່ງທ່າແຮງ ແຕ່ກໍ່ແມ່ນຈຸດອ່ອນຂອງການເຄື່ອນໄຫວສົ່ງອອກ. ຫວຽດນາມ ຍັງມີຫຼາຍໂອກາດເພື່ອຂຸດຄົ້ນ 87% ຕະຫຼາດທີ່ຍັງເຫຼືອຂອງໂລກ, ກະຊວງອຸດສາຫະກໍາ ແລະການຄ້າ ຈະສືບຕໍ່ມານະພະຍາຍາມເປີດເສັ້ນທາງສົ່ງອອກໄປຍັງຕະຫຼາດໃໝ່ທີ່ຍັງມີຄວາມສາມາດບົ່ມຊ້ອນ.

ນັກຂ່າວ: ກະຊວງອຸດສາຫະກໍາ ແລະການຄ້າ ມີມາດຕະການ, ຂໍ້ສະເໜີຫຍັງແດ່ ເພື່ອສົ່ງເຖິງວິສາຫະກິດຮັບປະກັນເປົ້າໝາຍເຕີບໂຕສ່ົງອອກ, ຂໍຮຽນທ່ານ?

ທ່ານ ຕະຮວ່າງລິງ: ຝ່າຍກະຊວງອຸດສາຫະກໍາ ແລະການຄ້າ, ໃນໄລຍະຈະມາເຖິງ, ທາງກະຊວງຈະສືບຕໍ່ຊຸກຍູ້ການເຈລະຈາບັນດາສັນຍາການຄ້າເສລີກັບບັນດາຕະຫຼາດໃໝ່ເປັນຕົ້ນແມ່ນ ຕາເວັນອອກກາງ, ອາເມລິກາລາຕິນ,... ແລະບັນດາຕະຫຼາດໃໝ່ທີ່ຫາກໍ່ພົ້ນເດັ່ນອື່ນ. ຄຽງຂ້າງນັ້ນ, ເພີ່ມທະວີວຽກງານສົ່ງເສີມການຄ້າ ແລະປັບປຸງພື້ນຖານໂຄງລ່າງ logistics ເພື່ອຫຼຸດຜ່ອນຄ່າຂົນສ່ົງ ແລະຍົກສູງຄວາມສາມາດແກ່ງແຍ້ງຂອງສິນຄ້າຫວຽດນາມ. ນອກຈາກນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າ ກໍ່ມຸ່ງໄປເຖິງການເປີດກວ້າງລະບົບຫ້ອງການການຄ້າຂອງຫວຽດນາມ ປະຈຳຢູ່ຕ່າງປະເທດເພື່ອໜູນຊ່ວຍວິສາຫະກິດໃຫ້ດີກວ່າອີກໃນວຽກງານເຊື່ອມຕໍ່ພົວພັນແລກປ່ຽນການຄ້າ, ສົ່ງເສີມການສົ່ງອອກ. ກ່ຽວກັບໄລຍະຍາວ, ຫວຽດນາມ ກໍ່ຈະຕ້ອງສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນຕະຫຼາດ, ຜະລິດຕະພັນ, ລະບົບຕ່ອງໂສ້ເປັນຫຼາຍຮູບຫຼາຍແບບ,   ເພື່ອຮັບປະກັນການພັດທະນາໄວ ແລະຍືນຍົງ.

ສຳລັບບັນດາວິສາຫະກິດ, ກະຊວງອຸດສາຫະກຳ ແລະການຄ້າ ສະເໜີວ່າ ກ່ອນອື່ນໝົດແມ່ນຕ້ອງຫັນບັນດາຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ຂຸດຄົ້ນຕະຫຼາດຈຸດສຸມ, ຕະຫຼາດດັ້ງເດີມຢ່າງມີປະສິດທິຜົນ, ພ້ອມທັງພັດທະນາຕະຫຼາດຂະໜາດນ້ອຍ ແລະເປີດກວ້າງບັນດາຕະຫຼາດທີ່ມີທ່າແຮງໃໝ່. ພິເສດແມ່ນຕ້ອງເອົາໃຈໃສ່ປັບປຸງຄຸນນະພາບຜະລິດຕະພັນ, ຮັບປະກັນໃຫ້ຜະລິດຕະພັນໄດ້ຕາມມາດຕະຖານເຕັກນິກ, ແຮງງານ ແລະສິ່ງແວດລ້ອມຂອງຕະຫຼາດສົ່ງອອກ, ເພື່ອແນໃສ່ເພີ່ມທະວີການແຂ່ງຂັນ, ຫຼຸດຜ່ອນຄວາມສ່ຽງທີ່ຈະຖືກຈັດວາງມາດຕະການປ້ອງກັນການຄ້າ; ເອົາໃຈໃສ່ຄວບຄຸມແຫຼ່ງທີ່ມາຂອງວັດຖຸດິບ. ນອກຈາກນີ້, ບັນດາວິສາຫະກິດຕ້ອງເພີ່ມທະວີກຳລັງຄວາມສາມາດປ້ອງກັນການຄ້າ; ເປັນເຈົ້າການອັບເດດຂໍ້ມູນຕະຫຼາດ, ຕິດຕາມ ແລະອັບເດດຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະນະໂຍບາຍການຄ້າຂອງບັນດາປະເທດຢ່າງເປັນປະຈຳ, ເພື່ອດັດປັບຍຸດທະສາດທຸລະກິດທີ່ເໝາະສົມຢ່າງທັນການ.

ຂໍຂອບໃຈທ່ານ !

ໂດຍ: ໄຊນີດາ