leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: nhandan.vn

ຕາມບັນດາຜູ້ແທນແລ້ວ, ຕະຫຼາດ Halal ທົ່ວໂລກ ແມ່ນໜຶ່ງໃນບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຖ້າສັງເກດກ່ຽວກັບຂອບຂະໜາດ ແລະລະດັບເພີ່ມພົນລະເມືອງ, ລະດັບລາຍຈ່າຍ ແລະຄວາມເປັນຫຼາຍຮູບຫຼາຍແບບກ່ຽວກັບຂົງເຂດ ກໍຄືແງ່ຫວັງເຕີບໂຕນັບມື້ນັບເພີ່ມຂຶ້ນໃນອະນາຄົດ. ຕະຫຼາດນີ້ກໍ່ພວມເປີດໂອກາດດຳເນີນທຸລະກິດທີ່ເຕັມໄປດ້ວຍຄວາມຫວັງໃຫ້ແກ່ບັນດາວິສາຫະກິດຂອງຫວຽດນາມ.

ເພື່ອສຳພັດກັບຕະຫຼາດນີ້, ບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ຕ້ອງຕອບສະໜອງບັນດາຂໍ້ກຳນົດຢ່າງເຄັ່ງຄັດດ້ານມາດຕະຖານ, ມີໃບຢັ້ງຢືນທັນຍາຫານ Halal ເທົ່ານັ້ນ, ຫາກຍັງຕ້ອງຍົກສູງກຳລັງແກ່ງແຍ້ງອີກດ້ວຍ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຊິງເຍີດເຕິນ, ໃຫ້ຮູ້ວ່າ: “ກະຊວງອຸດສາຫະກຳການຄ້າ ຈະໜູນຊ່ວຍດ້ານຄວາມຮູ້, ມາດຕະການແກ້ໄຂ, ວິທີເຮັດ. ກົມສົ່ງເສີມການຄ້າຂອງກະຊວງ ຈະຊອກຫາຂໍ້ມູນຕະຫຼາດ, ຖັນແຖວບັນດາຫ້ອງການການຄ້າສ້າງການເຊື່ອມຕໍ່ຕະຫຼາດ. ທາງກະຊວງກໍ່ຈະໜູນຊ່ວຍຜ່ານການເຂົ້າຮ່ວມງາມຕະຫຼາດນັດ, ງານວາງສະແດງ ເພື່ອຊອກຫາຄູ່ຮ່ວມມື, ແນະນຳຜະລິດຕະພັນ. ໃນໄລຍະຈະມາເຖິງ, ພວກເຮົາຈະສ້າງແຜນຮ່າງເພື່ອຈັດການຜັນຂະຫຍາຍໃຫ້ມີແບບມີແຜນ”.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ