ຜັນຂະຫຍາຍມາດຕະການປົກປ້ອງ, ໜູນຊ່ວຍພົນລະເມືອງຫວຽດນາມ ທີ່ຖືກກອບກູ້ ຢູ່ ມຽນມາ ກັບຄືນປະເທດ
ກປ.ອອນໄລ - ກະຊວງການຕ່າງປະເທດຫວຽດນາມ ພວມປະສານສົມທົບກັນຢ່າງແໜ້ນແຟ້ນກັບອົງການກ່ຽວຂ້ອງພາຍໃນປະເທດ ເພື່ອຢັ້ງຢືນຕົວຕົນຂອງພົນລະເມືອງຫວຽດນາມ.
    |
 |
ຜູ້ປະສົບເຄາະຮ້າຍຂອງສູນຫຼອກລວງ ຢູ່ ມຽນມາ. ພາບປະກອບ: baogiaothong.vn |
ຕອນບ່າຍວັນທີ 20 ມີນາ, ທີ່ຮ່າໂນ້ຍ, ໃນການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄໍາຖາມຂອງນັກຂ່າວກ່ຽວກັບວຽກງານປົກປ້ອງພົນລະເມືອງຫວຽດນາມ ທີ່ຖືກກອບກູ້ຢູ່ເຂດຊາຍແດນມຽນມາ-ໄທ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ສະຖານທູດຫວຽດນາມ ປະຈໍາຢູ່ ມຽນມາ ໄດ້ຮຽກຮ້ອງໃຫ້ບັນດາອົງການກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ຮັບປະກັນຄວາມປອດໄພ ແລະເງື່ອນໄຂດໍາເນີນຊີວິດໃຫ້ແກ່ພົນລະເມືອງຫວຽດນາມ.
ປັດຈຸບັນ, ກະຊວງການຕ່າງປະເທດຫວຽດນາມ ພວມປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງພາຍໃນປະເທດ ເພື່ອຢັ້ງຢືນຕົວຕົນຂອງພົນລະເມືອງຫວຽດນາມ; ພ້ອມທັງຊີ້ນໍາບັນດາອົງການຕາງໜ້າຂອງຫວຽດນາມ ປະຈໍາຢູ່ ມຽນມາ ແລະໄທ ສືບຕໍ່ເຮັດວຽກກັບອົງການກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ເພື່ອຜັນຂະຫຍາຍມາດຕະການປົກປ້ອງ, ໜູນຊ່ວຍພົນລະເມືອງກັບຄືນປະເທດຢ່າງທັນການ.
ໂດຍ: ໄຊຊະນະ