ທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນແທ່ງຮືງ ປະທານ VNISA ເນັ້ນໜັກວ່າ: ເພື່ອປະຕິບັດວິວັດການຫັນເປັນສື່ມວນຊົນດີຈີຕອນແນໃສ່ຕອບສະໜອງເປົ້າໝາຍທີ່ໄດ້ວາງອອກ, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຍຸດທະສາດຫັນເປັນສື່ມວນຊົນດີຈີຕອນເຖິງປີ 2025, ກໍານົດທິດທາງຮອດປີ 2030. ເປົ້າໝາຍຂອງຍຸດທະສາດນີ້ ເພື່ອແນໃສ່ກໍ່ສ້າງບັນດາອົງການສື່ມວນຊົນຕາມທິດວິຊາຊີບ, ມະນຸດສະທໍາ, ທັນສະໄໝ; ປະຕິບັດພາລະກໍາໂຄສະນາສື່ສານຮັບໃຊ້ພາລະກິດປະຕິວັດຂອງພັກ, ພາລະກິດປ່ຽນແປງໃໝ່ຂອງປະເທດ; ຮັບປະກັນບົດບາດຊັກນໍາ, ກໍານົດທິດຫາງສຽງສັງຄົມ, ຮັກສາອະທິປະໄຕຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນັດ; ປ່ຽນແປງໃໝ່ການເຂົ້າຮ່ວມຂອງເພື່ອນຜູ້ອ່ານໃຫ້ມີປະສິດທິຜົນ; ສ້າງລາຍຮັບໃໝ່; ຊຸກຍູ້ພັດທະນາຂະແໜງອຸດສາຫະກໍາເນື້ອໃນດີຈີຕອນ.

leftcenterrightdel
ທ່ານ ຫງວຽນແທ່ງຮືງ, ປະທານ VNISA ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ຕາມທ່ານ ຫງວຽນແທ່ງຮືງ ແລ້ວ, ປະຈຸບັນຢູ່ຫວຽດນາມ, ອົງການສື່ມວນຊົນສ່ວນຫຼາຍລ້ວນແຕ່ເຄື່ອນໄຫວທາງອິນເຕີແນັດ, ປະຕິບັດຕາມຮູບແບບເອເລັກໂຕນິກ. ຫຼາຍອົງການສື່ມວນຊົນທີ່ມີຊັບພະຍາກອນຂໍ້ມູນຂ່າວສານສໍາຄັນ, ໃນນັ້ນມີບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງປະເທດ, ອາດຈະກາຍເປັນເປົ້າໝາຍບຸກໂຈມຕີທາງອິນເຕີແນັດ. ຕາມນັ້ນແລ້ວ, ເປົ້າໝາຍບຸກໂຈມຕີອາດຈະແມ່ນລະບົບຂໍ້ມູນຂ່າວສານ, ອາດຈະແມ່ນຜູ້ນໍາໃຊ້ສຸດທ້າຍໃນລະບົບຄືພະນັກງານການນໍາ, ນັກຄຸ້ມຄອງ, ນັັກບັນນາທິການ, ນັກຂ່າວຂອງອົງການສື່ສານ, ສ່່ືມວນຊົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ໃນຂະນະນັ້ນ, ທ່ານ ເຈິ່ນກວາງຮືງ ຮອງຫົວໜ້າກົມຄວາມປອດໄພດ້ານຂໍ້ມູນຂ່າວສານ (ກະຊວງຖະແຫຼ່ງຂ່າວ ແລະສື່ສານ) ໃຫ້ຮູ້ວ່າດ້ວຍການພັດທະນາຂອງເຄືອຂ່າຍອິນເຕີແນັດ, ໄພຂົ່ມຂູ່ເຖິງຄວາມປອດໄພດ້ານຂໍ້ມູນຂ່າວສານຕໍ່ອົງການສື່ສານ, ສື່ມວນຊົນນັບມື້ນັບສັບສົນກວ່າ. ຕາມທ່ານ ເຈິ່ນກວາງຮືງ ແລ້ວ, ບັນດາກໍລະນີບຸກໂຈມຕີຊອບແວອັນຕະລາຍຂອງຜູ້ນຳໃຊ້ເພື່ອເກັບກໍາ, ຂີ້ລັກຂໍ້ມູນຂ່າວສານ ຫຼື ລັກຟັງຂໍ້ມູນລ້ວນແຕ່ມຸຸ່ງເຖິງນັກຂ່າວສື່ມວນຊົນ, ໂທລະພາບໃນທົ່ວໂລກ, ສິ່ງດັ່ງກ່າວສະແດງໃຫ້ເຫັນບົດບາດຂອງນັກຂ່າວສື່ມວນຊົນແມ່ນສໍາຄັນທີ່ສຸດ, ເພາະເຂົາເຈົ້າມີບັນດາຂໍ້ມູນຂ່າວສານສໍາຄັນ, ແມ່ນຄົນກາງໂຄສະນາຂໍ້ມູນເຖິງປະຊາຄົມ, ສັງຄົມ.

ໂດຍ: ໄຊນີດາ