ຕາມທ່ານນາຍົກລັດຖະມົນຕີ  ແລ້ວ, ການຫັນເປັນດີຈີຕອນແມ່ນທ່າອ່ຽງເດັດດ່ຽວຂ້ຽວຂາດ, ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ເປັນການເລືອກເຟັ້ນຍຸດທະສາດ, ໃຫ້ບຸລິມະສິດແຖວໜ້າເພື່ອພັດທະນາຢ່າງວ່ອງໄວ ແລະຍືນຍົງ; ປະກອບສ່ວນຫັນຄວາມຄາດຫວັງຢາກສ້າງສາປະເທດຊາດໃຫ້ເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນມີຄວາມອີ່ມໜໍາລານ, ຜາສຸກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງໃນສັງກາດໃໝ່ - ສັງກາດບືນຂຶ້ນຂອງຊາດໃຫ້ປະກົດຜົນເປັນຈິງ. ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກ້າວໄປຖືກກັບການກໍານົດທິດທາງດ້ວຍຈຸດສຸມກ່ຽວກັບການຊຸກຍູ້ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາໂຄງລ່າງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີນີ້ແມ່ນປີທີ 3 ລຽນຕິດທີ່ຫວຽດນາມ ຈັດຕັ້ງລາຍການຊົມເຊີຍວັນຫັນເປັນດີຈີຕອນແຫ່ງຊາດ. ເຫດການສຳຄັນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ, ລະບົບການເມືອງ, ປະຊາຄົມວິສາຫະກິດ ແລະປະຊາຊົນຮ່ວມແຮງຮ່ວມໃຈ ໃນການຫັນປເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ ແລະ ສົ່ງສານຂອງລັດຖະບານ ແມ່ນຕັດສິນໃຈເດີນຕາມການປະຕິວັດຫັນເປັນດີຈີຕອນ ຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ ແລະປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງ 3 ຂອດບຸກທະລຸໃນການຫັນເປັນນດີຈີຕອນ ຄື: ລະບອບລະບຽບການດີຈີຕອນ, ພື້ນຖານໂຄງລ່າງດີຈີຕອນ,  ພົນລະເມືອງດີຈີຕອນ, ເຊິ່ງຮຽກຮ້ອງໃຫ້ມີການເຂົ້າຮ່ວມຢ່າງຕັ້ງໜ້າ, ໂດຍສະເພາະແມ່ນການນຳທຸກຂັ້ນ, ທຸກຂະແໜງການ; ພ້ອມກັນນັ້ນ, ບໍ່ປະໃຫ້ເກີດການຂາດເຂີນໄຟຟ້າ, ບໍ່ມີສັນຍານໂທລະສັບ ຢູ່ເຂດຫ່າງໄກສອກຫຼີກ.

ໂດຍ: ທູຈາງ