ທີ່ກອງປະຊຸມ, ທ່ານພົນຕີ, ຮສຈ. ປອ ຫງວຽນຊວນກຽນ, ຫົວໜ້າວິທະຍາຄານການແພດທະຫານໃຫ້ຮູ້ວ່າ: ໃນການພັດທະນາວິຊາສະເພາະເຕັກນິກ, ການຜ່າຕັດປ່ຽນອະໄວຍະວະ ແມ່ນໄດ້ໃຫ້ບຸລິມະສິດພັດທະນາ ແລະໄດ້ປະຕິບັດແຕ່ຫົວທີ ໂດຍວິທະຍາຄານການແພດທະຫານ. ພາຍຫຼັງ 32 ປີ, ນັບແຕ່ການຜ່າຕັດປ່ຽນໝາກໄຂ່ຫຼັງຄັ້ງທຳອິດ ປະສົບຜົນສໍາເລັດຢູ່ໂຮງໝໍກອງທັບ 103, ມາຮອດປະຈຸບັນ ຂະແໜງຜ່າຕັດປ່ຽນອະໄວຍະວະຂອງຫວຽດນາມ ໄດ້ພັດທະນາຢ່າງກ້າວກະໂດດ ແລະແຜ່ຂະຫຍາຍໄປສູ່ຫຼາຍໂຮງໝໍ, ຮາກຖານການແພດໃນທົ່ວປະເທດ, ກາຍເປັນໜຶ່ງໃນບັນດາຜົນງານດີເດັ່ນ, ເປັນຂີດໝາຍຂອງພື້ນຖານແພດສາດຫວຽດນາມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ທ່ານພົນຕີ, ຮສຈ. ປອ ຫງວຽນຊວນກຽນ ໃຫ້ຮູ້ຕື່ມວ່າ ດ້ວຍມູນເຊື້ອເປັນກົມກອງນໍາໜ້າໃນຂົງເຂດຜ່າຕັດປ່ຽນອະໄວຍະວະຢູ່ຫວຽດນາມ, ປະຈຸບັນ ວິທະຍາຄານການແພດທະຫານ ແມ່ນ ໜຶ່ງໃນ 4  ສູນແຖວໜ້າກ່ຽວກັບການຜ່າຕັດປ່ຽນອະໄວຍະວະຂອງທົ່ວປະເທດ ແລະກອງທັບ.  ພິເສດ, ໃນເດືອນທັນວາ 2022, ວິທະຍາຄານການແພດທະຫານໄດ້ໜູນຊ່ວຍ, ຊ່ວຍເຫຼືອໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປ່ຽນໝາກໄຂ່ຫຼັງໃຫ້ຄົນເຈັບ 2 ຄົນທຳອິດ ປະສົບຜົນສໍາເລັດ.

leftcenterrightdel
ຄະນະຈັດຕັ້ງເຊີດຊູບັນດາຫົວໜ່ວຍ, ບຸກຄົນທີ່ມີການປະກອບສ່ວນອັນດີເດັ່ນໃນພາລະກິດປ່ຽນອະໄວຍະວະ ຢູ່ຫວຽດນາມ. ພາບ: qdnd.vn

ທີ່ກອງປະຊຸມ, ມີບົດລາຍງານວິທະຍາສາດທີ່ມີຄຸນນະພາບ 130 ສະບັບໂດຍບັນດາສາດສະດາຈານ, ນັກຊ່ຽວຊານດ້ານການປ່ຽນຖ່າຍອະໄວຍະວະໃນທົ່ວໂລກທີ່ມາຈາກບັນດາປະເທດທີ່ມີພື້ນຖານແພດສາດພັດທະນາ, ຄື: ຍີ່ປຸ່ນ, ສ.ເກົາຫຼີ, ຫວຽດນາມ, ແອັດສະປາຍ ນໍາສະເໜີ... ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ໄດ້ເຊີດຊູບັນດາຫົວໜ່ວຍ, ບຸກຄົນທີ່ມີການປະກອບສ່ວນອັນດີເດັ່ນໃນພາລະກິດປ່ຽນອະໄວຍະວະ ຢູ່ຫວຽດນາມ.

ໂດຍ: ທູຈາງ