leftcenterrightdel
ທ່ານ ເລມິງຮວ່າ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດກ່າວຄຳເຫັນທີ່ເວທີປາໄສ. ພາບ: CTV/Vietnam+

ດ້ວຍຫົວຂໍ້ “ຮັບຟັງຄຳເຫັນຂອງຊາວກະສິກອນ ເວທີປາໄສຊາວກະສິກຳແຫ່ງຊາດ ຄັ້ງທີ 9 ປີນີ້ແມ່ນໂອກາດເພື່ອໃຫ້ຊາວກະສິກອນພ້ອມກັນແບ່ງປັນ, ສະເໜີແນະກ່ຽວກັບບັນດາບັນຫາເຊິ່ງຊາວກະສິກອນ ແລະສະຫະກອນມີຄວາມສົນໃຈທີ່ສຸດໃນປັດຈຸບັນ, ຄື: ການຟື້ນຟູການຜະລິດພາຍຫຼັງພາຍຸ Yagi, ແກ່ຍາວເວລາຊຳລະໜິຂອງທະນາຄານ ແລະໃຫ້ກູ້ຢຶມທຶນດ້ວຍຄ່າດອກເຍ້ບຕ່ຳໃໝ່ເພື່ອໃຫ້ຊາວກະສິກອນຟື້ນຟູການຜະລິດໂດຍໄວ.

ຢູ່ເວທີປາໄສ, ທ່ານ ເລມິງຮວ່າ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເນັ້ນໜັກວ່າ ຊາວກະສິກອນຕ້ອງປ່ຽນແປງຈິນຕະນາການເພື່ອກ້າວເດີນທັນກັບພື້ນຖານກະສິກຳໃໝ່, ສ້າງມູນຄ່າສູ່ງກ່ວາໃນທຸກເນື້ອທີ່ດິນຜະລິດ. ທ່ານໃຫ້ຮູ້ວ່າ: ສຳຄັນທີ່ສຸດໃນປັດຈຸບັນແມ່ນເຮັດແນວໃດ ເພື່ອຊຸກຍູ້ການປ່ຽນແປງຈິນຕະນາການກ່ຽວກັບເສດຖະກິດ, ໃນນັ້ນມີສະຫະກອນ. ມາຮອດປັດຈຸບັນ, ການພັດທະນາເສດຖະກິດລວມໝູ່ຍັງແມ່ນວຽກງານຫຍຸ້ງຍາກສຳລັບບັນດາເຂດພາກ, ເຊິ່ງນີ້ແມ່ນໜ້າທີ່ໂດຍສູນກາງສະມາຄົມ ແລະສະມາຄົມຊາວກະສິກອນຂັ້ນຕາແສງ ໄດ້ ແລະພວມສຸມໃສ່ປະຕິບັດ.

ແຫຼ່ງຄັດຈາກ: vovworld.vn