leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ບ້້ວງເງິນໜູນຊ່ວຍນີ້ນອນໃນຂອບເຂດຂໍ້ລິເລີ່ມຟື້ນຟູໂດຍໄວ ພາຍຫຼັງພາຍຸຢາກີ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP)  ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ແລະໜູນຊ່ວຍການຟື້ນຟູຍາວນານໃຫ້ແກ່ບັນດາຊຸມຊົນທີ່ໄດ້ຮັບຜົນສະທ້ອນອັນໜັກໜ່ວງທີ່ສຸດ, ລວມມີ: ບັນດາແຂວງ ລາວກາຍ, ອຽນບ໋າຍ, ຫາຍຟ່ອງ ແລະກວ໋າງນິງ.

ຂໍ້ລິເລີ່ມຈະຕອບສະໜອງຄວາມຕ້ອງການອັນຮີບດ່ວນ, ລວມມີການສະໜອງເຄື່ອງໃຊ້ໃນຄອບຄົວ ແລະໂອນເງິນສົດໜູນຊ່ວຍໃຫ້ບັນດາຄອບຄົວຖືກຜົນສະທ້ອນ. ພ້ອມກັນນັ້ນ, ຂໍ້ລິເລີ່ມນີ້ກໍມອບສິດໃຫ້ບັນດາຊຸມຊົນຖືກຜົນສະທ້ອນ ແລະເພີ່ມຄວາມສາມາດທົນທານກັບໄພທໍາມະຊາດ ຜ່ານການກໍ່ສ້າງເຮືອນຢູ່ ແລະພື້ນຖານໂຄງລ່າງຊຸມຊົນຂະໜາດໜ້ອຍທີ່ມີຄວາມສາມາດທົນທານກັບພາຍຸນໍ້າຖ້ວມ, ພ້ອມກັບການສ້າງວຽກເຮັດງານທໍາໄລຍະສັ້ນ ຜ່ານບັນດາໂຄງການເຮັດວຽກແລກປ່ຽນແຮງງານ.

ການຜັນຂະຫຍາຍຂໍ້ລິເລີ່ມນີ້ຈະໄດ້ປະຕິບັດດ້ວຍການປະສານສົມທົບຢ່າງແໜ້ນແຟ້ນຈາກອໍານາດການປົກຄອງທ້ອງຖິ່ນ, ທາບທາມຄໍາເຫັນກັບບັນດາຊຸມຊົນຖືກຜົນສະທ້ອນ ແລະບຸລິມະສິດໜູນຊ່ວຍບັນດາກຸ່ມທີ່ຖືກສ່ຽງໄພສູງ, ລວມມີຄອບຄົວ ໂດຍແມ່ຍິງເປັນຫົວໜ້າຄອບຄົວ, ຊົນເຜົ່າສ່ວນໜ້ອຍ ແລະຄົນພິການ, ເພື່ອແນໃສ່ຮັບປະກັນວ່າ ບັນດາຜູ້ທີ່ຕ້ອງໄດ້ຮັບການໜູນຊ່ວຍທີ່ສຸດຈະໄດ້ຮັບການຊ່ວຍເຫຼືອ. 

ໂດຍ: ກວຽດເຕິມ