ຕາມນັ້ນແລ້ວ, ສັບປະດາແຫ່ງການຫັນເປັນດີຈີຕອນນະຄອນໂຮ່ຈີມິນ 2024 ຈະໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 22 ຕຸລາ, ລວມມີການເຄື່ອນໄຫວຕົ້ນຕໍ, ຄື: ຈັດງານວາງສະແດງ 50 ຮ້ານ ກ່ຽວກັບຜົນງານ, ຮູບແບບ, ລະບົບດີຈີຕອນ, ເຂດຄົ້ນຫາ, ໃຊ້ມາດຕະການ, ແອັບພຼີເຄຊັນຫັນເປັນດີຈີຕອນໃນຫຼາຍຂົງເຂດ; ກອງປະຊຸມສຳມະນາກ່ຽວກັບມາດຕະການແກ້ໄຂ ແລະການໝູນໃຊ້ເຕັກໂນໂລຢີເຂົ້າໃນການຫັນເປັນດີຈີຕອນໃນຂົງເຂດ: ໂຄງລ່າງດີຈີຕອນ, ຄວາມປອດໄພ, ຄວາມໝັ້ນຄົງດ້ານການສື່ສານ, ເຕັກໂນໂລຢີຊີບເຄື່ອງເຄິ່ງຊັກນຳໄຟຟ້າ, ທ່ອງທ່ຽວ, ຫ້ອງການດີຈີຕອນ, ຕົວເມືອງສະຫຼາດ... ກອງປະຊຸມສຳມະນາຊ່ວຍໃຫ້ວິສາຫະກິດຊອກຫາມາດຕະການແກ້ໄຂທີ່ມີປະສິດທິຜົນເພື່ອນຳໃຊ້ເຕັກໂນໂລຊີເຂົ້າໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ, ພ້ອມທັງຍົກສູງປະສິດທິຜົນໃຫ້ວຽກງານເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ.

ໃນຂອບເຂດເຫດການຍັງດໍາເນີນສັບປະດາປຶ້ມເອເລັກໂຕນິກ ແລະປຶ້ມສຽງຢູ່ຖະໜົນປື້ມນະຄອນ ໂຮ່ຈີມິນ, ສົມທົບກັນເປີດຕົວ, ແນະນຳ ແລະແລກປ່ຽນບັນດາບົດປະພັນກ່ຽວກັບເນື້ອໃນຫັນເປັນດີຈີຕອນ ແລະເຕັກໂນໂລຢີຂໍ້ມູນຂ່າວສານ; ການແຂ່ງຂັນ AI Challenge ນະຄອນໂຮ່ຈີມິນ ປີ 2024.

leftcenterrightdel
ງານວາງສະແດງກ່ຽວກັບການເຄື່ອນໄຫວຫັນເປັນດີຈີຕອນຂອງບັນດາວິສາຫະກິດຢູ່ນະຄອນ ໂຮ່ຈີມິນ. ພາບ: qdnd.vn

ຕາມທ່ານ ຫວໍມິງແທ່ັງ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະສື່ສານນະຄອນໂຮ່ຈີມິນ ແລ້ວ, ກິດຈະການເຄື່ອນໄຫວຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ ແມ່ນເພື່ອແນໃສ່ຊຸກຍູ້ວິວັດການຫັນເປັນດີຈີຕອນ ແລະຍົກສູງກຳລັງຄວາມສາມາດດ້ານເສດຖະກິດດີຈີຕອນຂອງນະຄອນ. ເຫດການດັ່ງກ່າວແມ່ນກຳລັງໜູນ ເພື່ອໃຫ້ນະຄອນຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ກຳນົດບັນດາໜ້າທີ່ສຳຄັນໃນໄລຍະໃໝ່, ພິເສດແມ່ນຍູ້ແຮງການຫັນປ່ຽນດີຈີຕອນ, ສ້າງອໍານາດການປົກຄອງທັນສະໄໝ, ຮັບໃຊ້ປະຊາຊົນ, ວິສາຫະກິດນັບມື້ນັບດີຂຶ້ນ. ພ້ອມກັນນັ້ນ, ເຫດການຍັງເປັນຂົວຕໍ່ທີ່ສຳຄັນ ເພື່ອໂຄສະນາພາບພົດ ແລະຄວາມສາມາດບົ່ມຊ້ອນຂອງນະຄອນ, ດຶງດູດນັກລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

ໂດຍ: ທູຈາງ