ທີ່ພິທີ, ທ່ານພົນຈັດຕະວາ ເຈິ່ນຈູງຮວ່າ, ຜູ້ບັນຊາການເຫຼົ່າຮົບຊ່າງແສງ, ຜູ້ອໍານວຍການໃຫຍ່ VNMAC, ເນັ້ນໜັກວ່າ ນີ້ແມ່ນຫຼັກໝາຍສໍາຄັນ, ຂີດໝາຍການສືບຕໍ່ ແລະປັບປຸງສາຍພົວພັນຮ່ວມມືອັນແໜ້ນແຟ້ນລະຫວ່າງສອງຝ່າຍ, ພ້ອມທັງເປີດໄລຍະໃໝ່ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນທີ່ຍັງຕົກຄ້າງຫຼັງສົງຄາມຢູ່ ຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຈູງຮວ່າ ແລກປ່ຽນກັບທ່ານນາງ Sarah Goring. ພາບ: ວັນຮ໊ຽວ

ພິເສດ, ທ່ານພົນຈັດຕະວາ ເຈິ່ນຈູງຮວ່າ ໃຫ້ຮູ້ວ່າ ໃນໄລຍະ 2021-2024, VNMAC ແລະ MAG ໄດ້ມີການຮ່ວມມືທີ່ມີປະສິດທິຜົນຫຼາຍຢ່າງ, ຄື: ໜູນຊ່ວຍການຝຶກແອບໃຫ້ພະນັກງານ VNMAC ກ່ຽວກັບການເຄື່ອນໄຫວຄຸ້ມຄອງຄຸນນະພາບໃນການສືບສວນ, ສຳຫຼວດ ແລະມ້າງທຳລາຍລະເບີດ, ໝາກມິນບໍ່ທັນແຕກ; ແລກປ່ຽນກ່ຽວກັບຂະບວນການສືບສວນ, ສຳຫຼວດ ແລະມ້າງທຳລາຍລະເບີດ, ໝາກມິນບໍ່ທັນແຕກເພື່ອໃຫ້ VNMAC ຄົ້ນຄວ້າສ້າງຂັ້ນຕອນສືບສວນ, ສຳຫຼວດ ແລະມ້າງທຳລາຍລະເບີດ, ໝາກມິນບໍ່ທັນແຕກຍື່ນສະເໜີຕໍ່ກະຊວງປ້ອງກັນປະເທດຫວຽດນາມ ອະນຸມັດຜ່ານ; ສົມທົບກັນໂຄສະນາ, ສຶກສາຍົກສູງຄວາມຮັບຮູ້ກ່ຽວກັບການປ້ອງກັນອຸປະຕິເຫດລະເບີດ, ໝາກມິນໃຫ້ປະຊາຊົນ; ສະໜອງ, ແບ່ງປັນຂໍ້ມູນກ່ຽວກັບໝາກຜົນແຫ່ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນທີ່ຍັງຕົກຄ້າງຫຼັງສົງຄາມໂດຍ MAG ປະຕິບັດເພື່ອສັງລວມເຂົ້າໃນຖານຂໍ້ມູນແຫ່ງຊາດ ໂດຍ VNMAC ຄຸ້ມຄອງ...

leftcenterrightdel
ຜູ້ແທນສອງຝ່າຍທີ່ພິທີລົງນາມ. ພາບ: ວັນຮ໊ຽວ

ສ່ວນທ່ານນາງ Sarah Goring, ຜູ້ອຳນວຍການແຫ່ງຊາດ MAG ຫວຽດນາມ ຂອບໃຈການຮ່ວມມື ແລະໜູນຊ່ວຍຈາກ VNMAC, ກະຊວງປ້ອງກັນປະເທດ, ບັນດາອົງການທີ່ກ່ຽວຂ້ອງ ແລະອຳນາດການປົກຄອງທ້ອງຖິ່ນຂອງຫວຽດນາມ ບ່ອນທີ່ MAG ເຄື່ອນໄຫວໃນໄລຍະຜ່ານມາ. ທ່ານນາງ Sarah Goring ເຊື່ອໝັ້ນວ່າ ການລົງນາມໃນບົດບັນທຶກຊ່ວຍຈຳຄັ້ງນີ້ຈະສ້າງກາລະໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ ແລະຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ.

ໂດຍ: ເຈິ່ນຮວ່ຽນ