ກຳປັ່ນ 418 ໄດ້ຍ້າຍໄປຮັບເອົາຊາວປະມົງ ຫງວຽນຝູກວກ (ອາຍຸ 44 ປີ, ຢູ່ເມືອງບິ່ງເຊີນ, ແຂວງກວາງຫງາຍ) ແມ່ນກຳມະກອນຢູ່ກຳປັ່ນຫາປາ QNg 95267 TS ໂດຍທ່ານ ເຈີ່ນວັນເຢິນ (ອາຍຸ 56 ປີ, ຄົນຢູ່ທ້ອງຖິ່ນດຽວກັນ) ເປັນກັບຕັນເຮືອ, ຂຶ້ນກໍາປັ່ນ ເພື່ອພະຍາບານສຸກເສີນ. ຕາມການບົ່ງພະຍາດເບື້ອງຕົ້ນຂອງແພດທະຫານເກາະ ຕຽນນື໊, ຄົນເຈັບເປັນໄຂ້ສູງ, ເຈັບທ້ອງແຮງ, ສົງໄສວ່າເປັນພະຍາດຖົງນໍ້າບີອັກເສບ.

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ 418 ຮັບຊາວປະມົງສົ່ງໄປໂຮງໝໍ. ພາບ: qdnd.vn

ພາຍຫຼັງນຳເອົາຄົນເຈັບຂຶ້ນກໍາປັ່ນ, ກອງແພດທະຫານກຳປັ່ນ 418 ໄດ້ສືບຕໍ່ດູແລສຸຂະພາບເປັນພິເສດໃຫ້ຄົນເຈັບ. ຮອດເວລາ 19:00 ໂມງຂອງວັນດຽວກັນ, ກຳປັ່ນ 418 ໄດ້ເຂົ້າທຽບເທ່າກໍາປັ່ນກາະ ຊີງໂຕ່ນ ແລະສົ່ງຄົນເຈັບໃຫ້ສຸກສາລາຢູ່ເກາະ ເພື່ອສືບຕໍ່ປິ່ນປົວ. ກ່ອນໜ້ານັ້ນ, ຕອນທ່ຽງວັນທີ 12 ຕຸລາ, ໃນຂະນະທີ່ອອກແຮງງານຢູ່ທະເລ, ຊາວປະມົງ ກວກ ຮູ້ສຶກເຈັບທ້ອງຢູ່ຂ້າງຄີງເບື້ອງຂວາຫຼາຍ. ບັນດາລູກເຮືອໄດ້ນຳສົ່ງລາວເຂົ້າເກາະຕຽນນື໊ ເພື່ອພະຍາບານສຸກເສີນ. ຢູ່ທີ່ນີ້, ທ່ານໝໍ ແລະພະຍາບານໄດ້ສັກຢາແກ້ປວດ ແລະລາຍງານຕໍ່ຂັ້ນເທິງ ເພື່ອຂໍສົ່ງໄປປິ່ນປົວຢູ່ໂຮງໝໍຂັ້ນເທິງ.

ໂດຍ: ທະນາພອນ