ແຕ່ວັນທີ 13 - 17 ຕຸລາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫງວຽນແມ້ງຕ໋ຽນ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາໂລກ ຄັ້ງທີ 149 (IPU - 149) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ເຊີແນວ, ປະເທດ ສະວິດ.

leftcenterrightdel
ພາບປະກອບຈາກ dangcongsan.vn

ທີ່ວາລະປຶກສາຫາລືຄົບຄະນະດ້ວຍຫົວຂໍ້ “ຂຸດຄົ້ນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອໂລກແຫ່ງສັນຕິພາບ ແລະ ຍືນຍົງ”, ທ່ານ ຫງວຽນແມ້ງຕ໋ຽນ ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃນການພັດທະນາເສດຖະກິດ, ສັງຄົມ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ວາງເປົ້າໝາຍຮັບປະກັນຜົນງານດ້ານວິທະຍາສາດ, ເຕັກໂນໂລຊີເພື່ອຮັບໃຊ້ຄວາມກ້າວໜ້າຂອງສັງຄົມ, ມຸ່ງໄປເຖິງມະນຸດ, ພັດທະນາມະນຸດຢ່າງຮອບດ້ານ; ຜົນງານດ້ານວິທະຍາສາດເຕັກໂນໂລຊີຕ້ອງຊຸກຍູ້ການຮ່ວມມື, ບໍ່ກາຍເປັນເຄື່ອງມືເພື່ອຕ້ານບັນດາປະເທດ, ໄປຝືນກັບຄວາມຄາດຫວັງສັນຕິພາບ, ການພັດທະນາ, ຄວາມສະເໝີພາບ ແລະ ຄວາມຍຸຕິທຳຂອງບັນດາຊາດ.

ຄະນະຜູ້ແທນ ຫວຽດນາມ ສະເໜີໃຫ້ລັດຖະສະພາບັນດາປະເທດ ແລະ ສະຫະພັນລັດຖະສະພາໂລກ ສົ່ງເສີມບັນດານະໂຍບາຍຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ໂດຍ: ກວຽດເຕິມ