ແຫຼ່ງຂໍ້ມູນທີ່ກອງປະຊຸມຖະແຫຼງຂ່າວປະຈຳໄຕມາດທີ 3 ຂອງກະຊວງອຸດສາຫະກຳການຄ້າຫວຽດນາມ, ຈັດຂຶ້ນໃນຕອນບ່າຍວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າຄາດວ່າບັນລຸເກືອບ 580 ຕື້ USD, ເພີ່ມຂຶ້ນ 16,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນ, ການສົ່ງອອກເພີ່ມຂຶ້ນ 15,4%. ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕ GDP ໃນໄລຍະ 9 ເດືອນຜ່ານມາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຖະແຫຼງຂ່າວ. ພາບ: vov.vn

ຕາມທ່ານ ບຸ່ຍຮຸຍເຊີນ, ຫົວໜ້າກົມແຜນການການເງິນ, ກະຊວງອຸດສາຫະກຳການຄ້າແລ້ວ, ໃນຊຸມເດືອນທີ່ຍັງເຫຼືອຂອງປີ, ຂະແໜງອຸດສາຫະກຳການຄ້າ ຈະສຸມໃສ່ບັນດາມາດຕະການແກ້ໄຂ ເພື່ອຂຸດຄົ້ນຕະຫຼາດຢູ່ພາຍໃນປະເທດ, ກະຕຸ້ນການໃຊ້ສອຍ, ທ່ອງທ່ຽວ, ພັດທະນາການຄ້າເອເລັກໂຕນິກ, ມານະພະຍາຍາມນຳການເຕີບໂຕ GDP ຂອງທັງປີ 2024 ສາມາດບັນລຸ 7% ຄືດັ່ງເປົ້າໝາຍຂອງລັດຖະບານ. ກ່ຽວກັບການເຄື່ອນໄຫວສົ່ງອອກ, ທ່ານ ບຸ່ຍຮຸຍເຊີນ ເນັ້ນໜັກວ່າ: “ກະຊວງອຸດສາຫະກຳການຄ້າສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອໜູນຊ່ວຍວິສາຫະກິດສົ່ງອອກ ແລະ ພິເສດແມ່ນຍູ້ແຮງລາຍການສົ່ງອອກຕາມໂກຕາ. ທາງກະຊວງຈະສືບຕໍ່ເຈລະຈາ ແລະ ລົງນາມໃນບັນດາສັນຍາການຄ້າເສລີ (FTA) ໂດຍໄວ ເພື່ອສ້າງກອບນິຕິກຳ ແລະ ພິເສດແມ່ນເປີດອອກສູ່ບັນດາຕະຫຼາດໃຫ້ບຸລິມະສິດສູງ ແລະ ມີສະຖຽນລະພາບ, ມີລັກສະນະຜູກມັດດ້ານນິຕິກຳໃຫ້ແກ່ບັນດາວິສາຫະກິດ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ