ວັນທີ 17 ຕຸລາ, ຢູ່ນິວຢອກ, ອາເມລິກາ, ຄະນະກຳມະການ ກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນ ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 77 ມີວາລະປຶກສາລວມກ່ຽວກັບເປົ້າໝາຍລົບລ້າງຄວາມທຸກຍາກ, ພັດທະນາກະສິກຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VOV

ໂດຍຕາງໜ້າສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ກະສິກຳແມ່ນຂົງເຂດເສດຖະກິດຫຼັກແຫຼ່ງ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມມານະພະຍາຍາມລວມໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ. ຈຸດສຸມຂອງ ອາຊຽນໃນຂົງເຂດນີ້ແມ່ນເພີ່ມທະວີການຜະລິດກະສິກຳ, ຍົກສູງປະສິດທິຜົນຂອງລະບົບສະບຽງອາຫານບົນພື້ນຖານ ແຜນການກະທຳ ອາຊຽນ ກ່ຽວກັບການຮັບປະກັນສະບຽງອາຫານແບບຍືນຍົງ, ຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ແລະ ພາກພື້ນ ໃນການປະຕິບັດແຜນການຍຸດທະສາດຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ອາຊຽນ 2016 – 2025.

ແຫຼ່ງຄັດຈາກ vovworld.vn