leftcenterrightdel
ພິທີເປີດນຳໃຊ້ໂຮງງານ hardware Assa Abloy ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດ ນາມ.

ໂຮງງານໄດ້ຮັບການກໍ່ສ້າງນັບແຕ່ເດືອນມັງກອນ ປີ 2022 ດ້ວຍເນື້ອທີ່ກ່ວາ 4,3 ເຮັກຕາ, ລວມຍອດເງິນລົງທຶນ 30 ລ້ານ USD. ມາຮອດປັດຈຸບັນ, ໂຄງການ ໄດ້ກໍ່ສ້າງສຳເລັດໂຮງຈັກໂຮງງານ ແລະຕິດຕັ້ງເຄື່ອງຈັກ, ວັດຖຸອຸປະກອນຂອງຕ່ອງໂສ້ໃນການຜະລິດສຳເລັດແລ້ວ. ເມື່ອໂຮງງານເຂົ້າເຄື່ອນໄຫວ ຈະປະກອບສ່ວນສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຮັບປະກັນການໜູນຊ່ວຍສັງຄົມ. ທ່ານ Martin Poxton, ປະທານຝ່າຍບໍລິຫານພາກພື້ນ ຈີນ ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຂອງກຸ່ມບໍລິສັດ Assa Abloy ໃຫ້ຮູ້ວ່າ:

ສຳລັບໂຮງງານແຫ່ງນີ້, ພວກຂ້າພະເຈົ້າຈະສະໜອງຜະລິດຕະພັນຈຳນວນຫຼາຍໃຫ້ແກ່ບັນດາຫົວໜ່ວຍຂາຍເຄື່ອງຂອງຕົນໃນທົ່ວໂລກ. ພ້ອມກັນນັ້ນ, ດ້ວຍຄຳໝັ້ນສັນຍາຢ່າງແຮງກ່ຽວກັບຄວາມຮັບຜິດຊອບສັງຄົມ, ໂຮງງານນີ້ຈະສວມບົດບາດຫຼັກແຫຼ່ງໃນການຊ່ວຍພວກຂ້າພະເຈົ້າ ສືບຕໍ່ຫຼຸດຜ່ອນການປ່ອຍທາດກາກບອນລົງໃນປີ 2030 ແລະບັນລຸລະດັບການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ແຫຼ່ງຄັດຈາກ: vovworld.vn