ຢູ່ທີ່ນີ້, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບການນຳຂັ້ນສູງ ເຢຍລະມັນ, ກອງທຶນດິນຟ້າອາກາດ (CIF), ກອງທຶນດິນຟ້າອາກາດສີຂຽວ (GCF) ແລະ ສະມາຄົມວິສາຫະກິດເຢຍລະມັນ - ອາຊີ ປາຊີຟິກ (OAV) ເພື່ອປຶກສາຫາລືບັນດາບັນຫາສຳຄັນ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ ແລະ ດຶງດູດການລົງທຶນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ Hamburg. ພາບ: ສໍານັກຂ່າວສານຫວຽດນາມ

ໃນການພົບປະກັບທ່ານລັດຖະມົນຕີກະຊວງຮ່ວມມື ແລະພັດທະນາສະຫະພັນເຢຍລະມັນ ນາງ Svenja Schulze, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶດເຟິກ ສະເໜີໃຫ້ ເຢຍລະມັນ ສືບຕໍ່ໜູນຊ່ວຍ ODA ໃຫ້ແກ່ ຫວຽດນາມ ໃນບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະໜູນຊ່ວຍການເຂົ້າເຖິງແຫຼ່ງທຶນຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP). ສ່ວນທ່ານນາງ Svenja Schulze ຢືນຢັນວ່າ, ການຮ່ວມມືກັບຫວຽດນາມ ແມ່ນມີຄວາມສຳຄັນຍິ່ງສຳລັບ ເຢຍລະມັນ, ພິເສດແມ່ນການສົມທົບກັນຜັນຂະຫຍາຍບັນດາໂຄງການໃນຂອບເຂດ JETP ແລະໃນຂອບເຂດສອງຝ່າຍ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ພົບປະກັບຜູ້ອຳນວຍການຝ່າຍບໍລິຫານ CIF ແລະ GCF, ເຊື້ອເຊີນບັນດາເຈົ້າໜ້າທີ່ດັ່ງກ່າວເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 4 ຂອງເວທີປາໄສຂັ້ນສູງຄູ່ຮ່ວມມື ເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຢູ່ ຮ່າໂນ້ຍ ເຊິ່ງຈະຈັດຂຶ້ນໃນປີ 2025.

ທີ່ການເຮັດວຽກກັບ OAV, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ວິສາຫະກິດສອງປະເທດ ຍາດແຍ່ງທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເພື່ອຍູ້ແຮງການແລກປ່ຽນການຄ້າ ແລະການລົງທຶນ ແລະສະເໜີໃຫ້ບັນດາຝ່າຍພິຈາລະນາເຊື່ອມຕໍ່ຄູ່ຮ່ວມມື, ເປີດການຮ່ວມມືໃໝ່ໃຫ້ສອດຄ່ອງກັບທ່າແຮງເພີ່ມເຕີມໃຫ້ແກ່ກັນ ແລະຕາມຄວາມຕ້ອງການຂອງສອງປະເທດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ